黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ໃຫ້​ຄຳ​ຊີ້​ນຳ​ຕໍ່​ວຽກ​ງານ​ສະພາ​ປະຊາຊົນທ້ອງ​ຖິ່ນ​ພ້ອມດ້ວຍ​ຄະນະ​ປະຈຳ​

2019-07-18 16:36:08 CRI

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມມູນິດ​ຈີນ, ປະທານ​ປະ​ເທດ​, ປະທານຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ​ໄດ້​ໃຫ້​ຄຳ​ຊີ້​ນຳ​ສຳຄັນ​ຕໍ່​ວຽກ​ງານ​ສະພາ​ປະຊາຊົນ​​ທ້ອງ​ຖິ່ນພ້ອມ​ດ້ວຍ​ຄະນະ​ປະຈຳ ​ໂດຍ​ກ່າວ​ເນັ້ນວ່າ: ສະພາ​ປະຊາຊົນ​ທ້ອງ​ຖິ່ນ​ຂັ້ນ​ເມືອງ​ຂຶ້ນ​ໄ​ປສ້າງຕັ້ງຄະນະ​ປະຈຳ​ຂອງ​ຕົນ ​ແມ່ນ​ມາດ​ຕະການ​ສຳຄັນ​ຢ່າງ​ໜຶ່ງ​ໃນ​ການ​ພັດທະນາ​ແລະ​ປັບປຸງ​ລະບົບ​ສະພາ​ປະຊາຊົນ​ໃຫ້​ສົມບູນຂຶ້ນ. ​ຕະຫຼອດ​ໄລຍະ 40 ປີຜ່ານມາ, ສະພາ​ປະຊາຊົນ​ທ້ອງ​ຖິ່ນພ້ອມ​ດ້ວຍ​ຄະນະ​ປະຈຳ​ໄດ້​ຍຶດໝັ້ນຄວາມ​ເປັນ​ເອກະ​ພາບ​ກັນ​ຢ່າງ​ກາ​ຍະ​ອິນ​ຊີ​ລະຫວ່າງການ​ນຳພາ​ຂອງ​ພັກ, ປະຊາຊົນ​ເປັນ​ເຈົ້າບ້ານ​ເຈົ້າ​ເມືອງ ​ແລະ ປົກຄອງ​ປະ​ເທດ​ດ້ວຍ​ກົດໝາຍ, ປະຕິບັດ​ໜ້າ​ທີ່​ຢ່າງ​ມີ​ຄວາມ​ຮັບຜິດຊອບ, ບຸກບືນ​ກ້າວໜ້າ ​ເຊິ່ງ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ຕໍ່​ວຽກ​ງານ​ຄວາມ​ໝັ້ນທ່ຽງ, ​ກາ​ນປະຕິ​ຮູບ​ ແລະ​ ການ​ພັດທະນາທ້ອງ​ຖິ່ນ.

ຄຳ​ເຫັນ

0