黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຫວັງ​ວ່າ​ອາ​ເມຣິກາ​ຈະ​ມີ​ຄວາມ​ຕັດສິນ​ໃຈ​ແລະ​ພະຍາຍາມ​ຮ່ວມ​ກັບ​ຈີນເພື່ອບັນລຸ​ສັນຍາ​ການ​ຄ້າ​ແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ

2019-07-18 10:55:36 CRI

ທ່ານ​ເກິ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກໍລະກົດ​ນີ້​ວ່າ: ຈີນ​ມີ​ຈຸດ​ຢືນ​ໃຫ້​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ-ອາ​ເມຣິກາ​ໂດຍ​ຜ່ານ​ການ​ສົນທະນາ​ແລະ​ປຶກສາ​ຫາລື​ກັນ ​ເຊິ່ງຈຸດ​ຢືນ​ນີ້​ບໍ່​ມີ​ການ​ປ່ຽນ​ແປງ​ແຕ່​ຢ່າງ​ໃດ ​ແລະ ມີ​ຄວາມ​ຈິງ​ໃຈ​​ມາໂດຍ​ຕະຫຼອດຕໍ່​ການ​ປຶກສາ​ຫາລື​ດ້ານ​ເສດຖະກິດ​ການ​ຄ້າ ຫວັງ​ວ່າ​ອາ​ເມຣິກາ​ຈະ​ມີ​ຄວາມ​ຕັດສິນ​ໃຈ​ແລະ​ ພະຍາຍາມ​ຮ່ວມ​ກັບ​ຈີນ​ເພື່ອ​ບັນລຸ​ສັນຍາ​ເສດຖະກິດ​ການ​ຄ້າ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດສະບັບ​ໜຶ່ງ ບົນ​ພື້ນຖານການ​ເຄົາລົບ​ເຊິ່ງກັນ​ແລະ​ກັນ ​ແລະ ປະຕິບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ.

ທ່ານ​ໂດ​ໂນ ທຣຳ ປະທານາທິບໍດີ​ອາ​ເມຣິກາ​ໄດ້​ກ່າວ​ໃນ​ວັນ​ທີ 16 ກໍລະກົດ​ນີ້​ວ່າ: ອາ​ເມຣິກາ​ຢາກ​ຈະ​ບັນລຸ​ສັນຍາ​ການ​ຄ້າ​ກັບ​ຈີນ ຍັງ​ຕ້ອງ​ເດີນ​ຜ່ານ​ເສັ້ນທາງທີ່​ຍາວ​ໄກ ​ແຕ່​ຖ້າ​ມີ​ຄວາມ​ຈຳ​ເປັນ, ອາ​ເມຣິກາ​ອາດ​ຈະ​ຂຶ້ນພາສີ​ຕໍ່​ສິນຄ້າ​ນຳ​ເຂົ້າຈາກ​ຈີນ​ທີ່​ມີ​ມູນ​ຄ່າ 325 ຕື້​ໂດ​ລາ​ສະຫະລັດ. ທ່ານ​ເກິ​ງສວງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ໂດຍ​ຊີ້​ອອກ​ວ່າ: ຫວັງ​ວ່າອາ​ເມຣິກາ​ຈະ​ມີ​ຄວາມ​ຕັດສິນ​ໃຈ​ແລະພະຍາຍາມ​ຮ່ວມ​ກັບ​ຈີນ​ເພື່ອ​ບັນລຸ​ສັນຍາ​ເສດຖະກິດ​ການ​ຄ້າ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດສະບັບ​ໜຶ່ງ ບົນ​ພື້ນຖານ​ເຄົາລົບ​ເຊິ່ງກັນ​ແລະ​ກັນ ​ແລະ ປະຕິບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ. ການ​ທີ່​ຝ່າຍ​ອາ​ເມຣິກາ​ຂົ່ມຂູ່​ວ່າ​ຈະ​ຂຶ້ນພາສີ​ຕໍ່​ສິນຄ້າ​ນຳ​ເຂົ້າຈາກ​ຈີນ​ນັ້ນ, ຈີນ​ໄດ້​ສະ​ແດງຈຸດ​ຢືນ​ອັນ​ເດັດດ່ຽວ​ຂອງ​ຕົນ​ມາຫຼາຍ​ເທື່ອ​ແລ້ວ​ວ່າ​ຈະ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຕົນ. ຖ້າວ່າ​ອາ​ເມຣິກາ​ຂຶ້ນພາສີ​ຮອບ​ໃໝ່ ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ​ຈະ​ເປັນ​ການ​ສ້າງ​ສິ່ງກີດຂວາງ​ທີ່​ເປັນ​ອຸປະສັກ​ຕໍ່​ການ​ປຶກສາ​ຫາລື​ລະຫວ່າງ​ສອງ​ຝ່າຍ ​ແລະ ຈະ​ເຮັດ​ໃຫ້​ເສັ້ນທາງ​ແຫ່ງ​ການກ້າວ​​ເດີນສູ່​ການ​ບັນລຸ​ສັນຍາ​ສອງ​ຝ່າຍຍິ່ງ​ຍາວ​ໄກ​ກວ່າ​ເກົ່າ​ອີກ.

ຄຳ​ເຫັນ

0