黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ປະຕິ​ຮູບ​ຂອງ IMF ຄວນ​ສືບ​ຕໍ່​ຍົກ​ສູງ​ສິດ​ປະກອບ​ຄຳ​ເຫັນ​ແລະຄວາມ​ເປັນ​ຕົວ​ແທນ​ຂອງ​ກຸ່ມ​ເສດຖະກິດ​ຈະ​ເລີ​ນ​ໃໝ່

2019-07-18 15:36:46 CRI

ຄະນະ​ກຳມະການ​ບໍລິຫານ​ງານອົງການ​ກອງ​ທຶນ​ເງິນຕາ​ສາກົນ ຫຼື IMF ​ໄດ້​ປະກາດ​ໃນ​ວັນ​ທີ 16 ກໍລະກົດ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ​ວ່າ: ຮັບ​ເຫັນ​ດີ​ຕໍ່​ການ​ຮ້ອງ​ຂໍຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ ຜູ້ອຳນວຍການ​ໃຫຍ່ຂອງ​ທ່ານ​ນາງຄຣິສຕິນ ລາ​ກາດ ​ແລະ ຈະ​ເລີ່​ມປະຕິບັດ​ລະບຽບ​ຄັດ​ເລືອກຜູ້ອຳນວຍການ​ໃຫຍ່​ຊຸດ​ຕໍ່​ໄປ​ໃນ​ທັນທີ. ​ໃນ​ໄລຍະ​ສຳຄັນ​ທີ່ ​ IMF ພວມ​ດຳ​ເນີນ​ການ​ກວດກາ​ໂກ​ຕາຄັ້ງທີ 15 ນັ້ນ, ບໍ່​ວ່າຈະ​ແມ່ນ​ໃຜຈະ​ເປັນ​ຜູ້​ເຂົ້າ​ແທນ​ຕຳ​ແໜ່​ງທ່ານ​ນາງຄຣິສຕິນ ລາ​ກາດ​ ກໍ​ຕາມ ກໍ​ຄວນ​ກ້າວ​ເດີນ​ໄປ​ຕາມ​ກະ​ແສຍຸກ​ສະ​ໄໝ, ຕັ້ງໜ້າ​ຊຸກຍູ້​ການ​ປະຕິ​ຮູບ​ໂກ​ຕາ​ແລະ​ການ​ຄຸ້ມ​ຄອງ IMF, ສືບຕໍ່​ຍົກ​ສູງ​ສິດ​ປະກອບ​ຄຳ​ເຫັນ​ແລະ​ຄວາມ​ເປັນ​ຕົວ​ແທນ​ຂອງ​ປະ​ເທດ​ທີ່​ເປັນ​ຕະຫຼາດຈະ​ເລີ​ນ​ໃໝ່​ແລະ​ປະ​ເທດ​ພວມ​ພັດທະນາ ​ເພື່ອ​ເຮັດ​ໃຫ້ IMF ສາມາດ​ປົກ​ປ້ອງ​ສິ່ງ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ແລະການ​ມີ​ຜົນ​ບັງຄັບ​ໃຊ້​ຂອງ​ຕົນ.

​ໃນ​ຖານະ​ເປັນ​ໜຶ່ງ​ໃນ​ມໍລະດົກ​ທີ່​ສຳຄັນ​ໃນ​ລະບົບ​ວຸດ​ສ໌ ​ເບຣດຕັນ ທີ່ມີ​ອາ​ເມຣິກາ​ແລະ​ເອີຣົບ​ເປັນ​ແກນ​ນຳ, IMF ​ໄດ້​ສຸມ​ໃ​ສ່ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເງິນຕາ​ໃນ​ໂລກ, ສະໜອງ​ທຶນຮອນ​ແລະ​ການ​ຊ່ວຍ​ເຫຼືອ, ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເງິນ​ສາກົນ ​ແລະ​ອື່ນໆ. ຫຼັງກ້າວ​ເຂົ້າສູ່​ສະຕະວັດ​ທີ 21, ສະພາບ​ເສດຖະກິດ​ຂອງ​ໂລກ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່ຫຼວງ ດ້ານ​ໜຶ່ງ, ກຸ່ມ​ເສດຖະກິດ​ຈະ​ເລີ​ນ​ໃໝ່​ໄດ້​ມີ​ການພັດທະນາ​ກ້າວ​ຂຶ້ນຢ່າງ​ວ່ອງ​ໄວ, ມີ​ບົດບາດ​ແລະ​ອິດ​ທິພົນ​ຕໍ່​ເສດຖະກິດ​ໂລກ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ປະກອບສ່ວນ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ເພີ່ມ​ຂຶ້ນ​ເລື້ອຍໆ. ນອກຈາກ​ນີ້, ລະບົບ​ການ​ຄຸ້ມ​ຄອງ​ເສດຖະກິດ​ໂລກ​ໃນ​ປັດຈຸບັນ​ພັດ​ມີ​ບົດບາດ​ນັບ​ມື້​ນັບ​ອ່ອນ​ແອ​ລົງ​ໃນ​ການຫຼຸດຜ່ອນ​ສະພາບ​ການ​ເສຍ​ຄວາມ​ດຸນ​ດ່ຽງ​ຂອງ​ເສດຖະກິດ​ໂລກ, ຊຸກຍູ້​ຂະ​ບວນການການ​ຄ້າຫຼາຍຝ່າຍ, ​ແກ້​ໄຂ​ວິ​ກິດ​ການ​ດ້ານ​ໜີ້​ສິນພາກ​ລັດ ​ແລະ​ອື່ນໆ. ພາຍ​ໃຕ້​ເງື່ອນ​ໄຂ​ດັ່ງກ່າວ, ການ​ຊຸກຍູ້​ການ​ປະຕິ​ຮູບ IMF, ​ຍົກ​ສູງການ​ມີ​ສ່ວນ​ຮ່ວມ​ແລະ​ສິດ​ປາກ​ເວົ້າ​ໃນ​ວຽກ​ງານ​ເສດຖະກິດ​ໂລກຂອງ​ຕະຫຼາດຈະ​ເລີ​ນ​ໃໝ່​ແລະ​ປະ​ເທດ​ພວມ​ພັດທະນາ​ແມ່ນ​ທ່າ​ອ່ຽງລວມທີ່​ຕ້ອງ​ເປັນ​ໄປ.

ແຕ່​ວ່າ, ເບິ່ງ​ຈາກ​ຖາ​ນະ​ຂອງ​ກຸ່ມ​ເສດ​ຖະ​ກິດ​ຕ່າງໆ​ໃນ​ສະ​​ພາບ​ການ​ເສດ​ຖະ​ກິດ​ໂລກ​ແລ້ວ, ​ໂກ​ຕາ​ແລະ​ສະ​ພາບ​ການ​ຄຸ້ມ​ຄອງຂອງ IMFຍັງ​ບໍ່​ສາ​ມາດ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ປ່ຽນ​ແປງ​ສະ​ຖາ​ນະ​ພາບ​ເສດ​ຖະ​ກິດ​ໂລກ​ຢ່າງ​ພາ​ວະ​ວິ​ໄສ. ຕົວ​ຢ່າງວ່າ, GDP ຂອງປະ​ເທດ​ທີ່​ມີ​ຕະ​ຫຼາດ​ພັດ​ທະ​ນາ​ໃໝ່​ແລະ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ໄດ້​ກວມ​ເຄິ່ງ​ໜຶ່ງ​ຂອງ​ເສດ​ຖະ​ກິດ​ໂລກ​ແລ້ວ, ໄດ້​ກວມ​ອັດ​ຕາ​ການ​ປະ​ກອບ​ສ່ວນ​ຕໍ່​ການ​ເຕີບ​ໂຕ​ຫຼາຍກວ່າ 80% ຂອງ​ເສດ​ຖະ​ກິດ​ໂລກ, ອັດ​ຕາ​ສ່ວນ​ຂອງ​ອາ​ເມ​ຣິ​ກາ​ໃນ​ເສດ​ຖະ​ກິດ​ໂລກ​ໄດ້​ຫຼຸດ​ລົງ​ເປັນ​ປະ​ມານ 20% ແລ້ວ, ແຕ່​ວ່າ​ປັດ​ຈຸ​ບັນ​ອາ​ເມ​ຣິ​ກາ​ຍັງ​ມີ​ສິດ​ປ່ອນ​ບັດ​ຫຼາຍ​ທີ່​ສຸດ​ໃນ​ IMF, ເປັນ 16,52%, ແລະ​ຍັງ​ມີ​ສິດຢັບ​ຢັ້ງ​ແຕ່​ບັດ​ດຽວ​ໃນ​ນະ​ໂຍ​ບາຍ​ສຳ​ຄັນ, ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ຍັງ​ມີ​ຖາ​ນະ​ນຳ​ພາ​ໃນ​ IMF.

ສະ​​ພາບ​ການ​ດັ່ງ​ກ່າວ​ທີ່​ອັດ​ຕາ​ສ່ວນ​ປ່ອນ​ບັດ​ຂອງ​ກຸ່ມ​ເສດ​ຖະ​ກິດ​ຕ່າງໆ​ບໍ່​ເໝາະ​ກັບ​ຖາ​ນະ​ເສດ​ຖະ​ກິດ, ບໍ່​ພຽງ​ແຕ່​ໄດ້​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ທີ່​ມີ​ຕະ​ຫຼາດ​ພັ​ດ​ທະ​ນາ​ໃໝ່​ແລະ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາເທົ່າ​ນັ້ນ, ​ຍັງໄດ້​ກະ​ທົບ​ເຖິງ​ຄວາມ​ເປັນ​ຕົວ​ແທນ, ​ລັກ​ສະ​ນະພາ​ວະ​ວິ​ໄສ​ແລະ​ຊອບ​ດ້ວຍ​ກົດ​ໝາຍ​ຂອງ IMF. ຍ້ອນ​ແນວ​ນີ້, ທ່ານ​ເດ​ວິດ ລິບ​ຕັນ ຮັກ​ສາ​ການຜູ້​ອຳ​ນວຍ​ການ​ໃຫຍ່​ IMF ກ່າວ​ວ່າ: “ຢາກ​ຮັກ​ສາ​ອິດ​ທິ​ພົນ​ແລະ​ຊັບ​ພະ​ຍາ​ກອນ​ທົ່ວ​ໂລກ​ຂອງ IMF, ຕ້ອງ​ຍົກ​ສູງ​ສິດ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ປະ​ເທດ​ທີ່ມີ​ຄວາມ​ສຳ​ຄັນ​ດ້ານ​ເສດ​ຖະ​ກິດ​ຍົກ​ສູງ​ຂຶ້ນ​ແລະ​ກຽມ​ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ.” ​ມີ​ແຕ່ເຮັດ​ແບບ​ນີ້, IMF ຈຶ່ງ​​ຈະສາ​ມາດ​ຮັກ​ສາ​ລັກ​ສະ​ນະ​ພາ​ວະ​ວິ​ໄສ​ແລະ​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ຕົນ, ແລະ​ຮັບ​ມື​ກັບ​ວິ​ກິດ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ດີ​ຂຶ້ນກວ່າ​ເກົ່າ, ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ການ​ທະ​ນາ​ຄານ​ສາ​ກົນ, ຊຸກ​ຍູ້​ໃຫ້​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ເສດ​ຖະ​ກິດ​ໂລກ​ກ້າວ​ໄປ​ສູ່​ທິດ​ທາງ​ທີ່​ຍຸ​ຕິ​ທຳ​ກວ່າ​ເກົ່າ​ແລະ​ສົມ​ເ​ຫດ​ສົມ​ຜົນ​ກວ່າ​ເກົ່າ.

ຄຳ​ເຫັນ

0