覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສາຍ​ພົວ​ພັ​ນ​ຈີນ-ຣັດ​ເຊຍ​ທີ່​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ຈະ​ມີ​ຄວາມ​ໝັ້ນ​ຄົງ, ເຂັ້ມ​ແຂງ​ແລະ​ມີ​ຊີ​ວິດ​ຊີ​ວາຫຼາຍກວ່າ​ເກົ່າ

2019-07-18 10:50:28 cri

ປີ 2019 ເປັນ​ປີ​ຄົບ​ຮອບ 18 ປີ​ທີ່​ຈີນ-ຣັດ​ເຊຍ​ເຊັນ​ສົນ​ທິ​ສັ​ນ​ຍາ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ຖານ​ບ້ານ​ໃກ້​ເຮືອນ​ຄຽງ. ທ່ານ​ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້​ວ່າ: ສາຍ​ພົວ​ພັນ​ຈີນ-ຣັດ​ເຊຍ​ທີ່​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ຈະ​ມີ​ຄວາມ​ໝັ້ນ​ຄົງ, ເຂັ້ມ​ແຂງ​ແລະ​ມີ​ຊີ​ວິດ​ຊີ​ວາຫຼາຍກວ່​າ​ເກົ່າ. ສອງ​ຝ່າຍ​ຈະ​ສືບ​ຕໍ່​ປັບ​ປຸງ​ແລະ​ລົງ​ເລິກ​ການ​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ບັນ​ລຸ​ໃຫ້​ສອງ​ປະ​ເທດ​ພັດ​ທະ​ນາ​ແລະ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ ແລະ​ຮ່ວມ​ມື​ກັນ​ປົກ​ປ້ອງ​ຄວາມ​ຍຸ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ຂອງ​ສາ​ກົນ ເພື່ອ​ສ້າງ​ກຳ​ລັງທີ່​ສ້າງ​ສັນ​ໃຫ້​ໂລກຫຼາຍ​ຂຶ້ນກວ່າ​ເກົ່າ.
 

ຂ່າວ​ແຈ້ງວ່າ: ວັນ​ທີ 17 ກໍ​ລະ​ກົດ​ນີ້, ທ່ານ​ເຊີ​ເກ ລາ​ຟ​ລົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໂດຍໄດ້​ກ່າວ​ຕອບ​ໂຕ້​ຖ້ອຍ​ຄຳ​ທີ່​ວ່າ “ຈີນ​ເປັນ​ໄພ​ຂົ່ມ​ຂູ່” ແລະ​ກ່າວ​ວ່າ: ​ສາຍ​ພົວ​ພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ຣັດ​ເຊຍ-ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່, ທິດ​ທາງ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຂອງ​ສອງ​ປະ​ເທດ​ເປັນ​ທິດ​ທາງ​ຍາວ​ນານ​ແລະ​ຮອບ​ດ້ານ ເຊິ່ງ​ຈະ​ບໍ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ເຫດ​ການ​ໃດໆຫຼື​ໄລ​ຍະ​ໃດ​ໜຶ່ງ​ກໍ​ຕາມ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ບໍ່​ມີ​ເຈດ​ຕະ​ນາ​ຕໍ່​ຝ່າຍ​ທີສາມ​ຢ່າງ​ເດັດ​ຂາດ ແຕ່​ມີ​ຈຸດ​ປ​ະ​ສົງ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ຄວາ​ມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ເສດ​ຖະ​ກິດ​ສັງ​ຄົມ​ສອງ​ປະ​ເທດ ແລະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊ​າ​ຊົນ​ສອງ​ຊາດ.
 

 ໃນ​ເວ​ລາ​ໃຫ້​ຄຳ​ວິ​ຈານ​ຕໍ່​ເລື່ອງ​ນີ້, ທ່ານ​ເກີງ​ສວງ​ກ່າວ​ວ່າ: ຈີນ​ຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງ​ສູງ​ຕໍ່​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັ​ຟ​ລົ​ຟ​ທີ່​ສະ​ແດງ​ທັດ​ສະ​ນະ​ທ່າ​ທີ​ອັນ​ຕັ້ງ​ໜ້າ​ຕໍ່​ສາຍ​ພົວ​ພັນ​ຈີນ-ຣັດ​ເຊຍ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພາຍ​ໃຕ້​ການ​ຊີ້​ນຳ​ດ້ານ​ຍຸດ​ທະ​ສາດ​ຂອງ​ປະ​​ມຸກ​ລັດ​ສອງ​ປະ​ເທດ, ສາຍ​ພົວ​ພັນ​ຈີນ-ຣັດ​ເຊຍ​ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງ​ໃຫຍ່ຫຼວງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ອຸ​ດົມ​ສົມ​ບູນ. ເດືອນ​ມິ​ຖຸ​ນາ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຢ້ຽມ​ຢາມ​ຣັດ​ເຊຍ​ທາງ​ລັດ​ຖະ​ກິດ​ແບບ​ຄັ້ງ​ປະ​ຫວັດ​ສາດ​ຢ່າງ​ສຳ​ເລັດ​ຜົນ, ການ​ພົວ​ພັນ​ຈີນ-ຣັດ​ເຊ​ຍ​ກຳ​ລັງ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ດ້ວຍ​ບາດ​ກ້າວ​​ໃໝ່​ທີ່​ຍິ່ງ​ໃຫຍ່ກວ່າ​ເກົ່າ​ເນື່ອງ​ໃນ​ໂອ​ກາດ​ສອງ​ປະ​ເທດ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​​ຄົບຄອບ 70ປີ.

ຄຳ​ເຫັນ

0