莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະ​ຍາດ​​ອີ​ໂບ​ຣາ​ຢູ່​ອາ​ຟ​ຣິ​ກາ​ເປັນ​ເຫດ​​ສຸກ​ເສີນ​ທີ່​ປະ​ຊາ​ຄົມ​ໂລກຕ້ອງ​ເອົາ​ໃຈ​ໃສ່

2019-07-18 10:33:13 cri

ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ວັນ​ທີ 17 ກໍ​ລະ​ກົດ​ນີ້, ຢູ່​ທີ່​ເຊີ​ແນວ, ທ່ານ​ເ​ຕ​ດ​ຣົ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​​ອະ​ນາ​ໄມ​ໂລກ​ຖະ​ແຫຼງວ່າ: ສະ​ພາບ​ຕິດ​ເຊື້ອ​​ພະ​ຍາດອີ​ໂບ​ຣາ​ຢູ່​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ກົງ​ໂກ(​ກິນ​ຊາ​ຊາ) ໄດ້​ກາຍ​ເປັນ​ເຫດ​​ສຸກ​ເສີນ ທີ່​ປະ​ຊາ​ຄົມ​ໂລກຕ້ອງ​ເອົາ​ໃຈ​ໃສ່.

ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ເຫດ​ການ​ສຸກ​ເສີນ​ກ່ຽວ​ກັບ​ສະ​ພາບ​ຕິດ​ເຊື້ອ​ພະ​ຍາດ​ອີ​ໂບ​ຣາ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ກົງ​ໂກ​, ເຊິ່ງ​ເປັນ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ເຫດ​ການ​ສຸກ​ເສີນ​ຄັ້ງ​ທີ 4 ທີ່​ຈັດຂຶ້ນ​ເພື່ອ​​ຕິດ​ຕາມສະ​ພາບ​ຕິດ​ເຊື້ອ​ຂອງ​ປະ​ເທດ​ດັ່ງ​ກ່າວ​ແຕ່​ເດືອນ​ສິງ​ຫາ​ປີກາຍນີ້. ຫລັງ​ກອງ​ປະ​ຊຸມ, ທ່ານ​ເຕດ​ຣົ​ສ​ກ່າວ​ວ່າ, ທົ່ວ​ໂລກ​ຄວນ​ເອົາ​ໃຈ​ໃສ່​ຕໍ່​ສະ​ພາບ​ຕິດ​ເຊື້ອ​ຄັ້ງ​ນີ້, ແລະ​ສາ​ມັກ​ຄີ​ຮ່ວມ​ມື​ກັບ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ກົງ​ໂກ, ເພື່ອ​ກຳ​ຈັດ​ສະ​ພາບ​ຕິດ​ເຊື້ອ​ດັ່ງ​ກ່າວ​ໂດ​ຍ​ໄວ, ແລະ​ສ້າງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ທີ່​​ດີ​ແລະສົມ​ບູນກວ່າ​ເກົ່າ.

ທ່ານ​ໂຣ​ເບີດ ສະ​ເຕ​ຟັນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ເຫດ​ການ​ສຸກ​ເສີນ​ກ່າວ​ເນັ້ນ​ວ່າ, ປະ​ເທດ​ຕ່າງໆ​​ບໍ່ຄວນໃຊ້​ມາດ​ຕະ​ການ​ຈຳ​ກັດ​ການ​ຄ້າ​ແລະ​ການ​ທ່ອງ​ທ່ຽວ​ໂດຍ​ອ້າງ​ເອົາ​ເຫດ​ການຄັ້ງ​ນີ້​ທີ່​ປະ​ຊາ​ຄົມ​ໂລກ​ຄວນ​ເອົາ​ໃຈ​ໃສ່​ຮ່ວມ​ກັນ, ເພາະ​ວ່າ ມາດ​ຕະ​ການ​ຈຳ​ກັດ​ເຫຼົ່າ​ນີ້​ອາດຈະ​​ສ້າງ​ຜົນກະ​ທົບ​ທາງ​ລົບ​ຕໍ່​ຊີ​ວິດການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ເຂດດັ່ງ​ກ່າວ.

ຄຳ​ເຫັນ

0