黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປັກ​ກິ່ງ​ສ້າງ​ເສົາ​ສົ່ງ​ສັນຍານ 5G ສຳ​ເລັດແລ້ວ 5.285 ​ແຫ່ງ

2019-07-18 16:57:56 CRI

​ແຫຼ່ງຂ່າວ​ຈາກ​ພິທີ​ເລີ່​ມການ​ແຂ່ງຂັນ​ການ​ປະດິດ​ສ້າງ​ໃໝ່​ແລະ​ປະຍຸກ 5G ຈົ່ງກ່ວນຊຸ່ນປີ 2019 ​ໄດ້​ໃຫ້​ຮູ້​​ໃນ​ວັນ​ທີ 17 ກໍລະກົດ​ນີ້ວ່າ: ມາ​ຮອດ​ທ້າຍ​ເດືອນ​ມິຖຸນາ​ຜ່ານ​ມາ, 3 ບໍລິສັດ​ທຸ​ລະ​ກິດ​ໂທລະ​ຄົມ​ພື້ນຖານຂອງ​ຈີນ​ໄດ້​ສ້າງ​ເສົາ​ສົ່ງ​ສັນຍານ 5G ສຳ​ເລັດ​ແລ້ວ 5.285 ​ແຫ່ງ ​ເຊິ່ງຕົ້ນຕໍ​ກວມ​ເອົາ​ເຂດ​ໃຈກາງ​ເມືອງ​ຂອງນະຄອນຫຼວງປັກກິ່ງ, ສວນ​ກິລາໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ, ງານ​ວາງສະ​ແດງ​ພືດ​ສວນ​ໂລກ​ປັກ​ກິ່ງປີ 2019, ສະໜາມ​ບິນ​ສາກົນ​ຕ້າ​ຊິ່ງປັກ​ກິ່ງ ​ແລະ​ເຂດ​​ອື່ນໆທີ່​​ເປັນ​ແບບຢ່າງ​ໃນ​ການນຳ​ໃຊ້​ເຕັກນິກ 5G​.

ທ່ານ​ຈ່າງ​ກ່ວງຫຼຽນ ຮອງ​ປະທານ​ຄະນະ​ກຳມະການ​ວິທະຍາສາດ​ເຕັກນິກ​ນະຄອນ​ຫຼວງປັກ​ກິ່ງ ກ່າວ​ວ່າ: ປັກ​ກິ່ງ​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ການ​ປະດິດ​ສ້າງ​ໃໝ່​ດ້ານ​ເຕັກນິກ 5G ​ແລະ​ການ​ພັດທະນາ​ອຸດສາຫະກຳ 5G, ​ໄດ້​ກຳນົດ​ເອົາ​ອຸດສາຫະກຳ 5G ​ເປັນ​ອຸດສາຫະກຳ​ສຳຄັນ​ທີ່​ຕ້ອງ​ສຸມ​ໃສ່​ພັດທະນາ. ນັບ​ແຕ່​ປີ 2015 ​ເປັນຕົ້ນມາ, ຄະນະ​ກຳມະການ​ຕົນ​ໄດ້​ສະໜັບສະໜູນໜ່ວຍ​ງານ​ທີ່​ມີ​ທ່າ​ແຮງ​ຂອງ​ນະຄອນຫຼວງ​ປັກ​ກິ່ງຢ່າງ​ຕໍ່​ເນື່ອງ​ໃນ​ການ​ຮ່ວມ​ກັນ​​ປະຕິບັດວຽກ​ງານ​ຕ່າງໆ ​ເຊັ່ນ: ການ​​ບຸກທະລຸ​ເຕັກນິກ​ສຳຄັນ​ເປັນ​ຂໍ​ກະ​ແຈ, ການຄົ້ນຄວ້າຜະລິດ​ຜະລິດ​ຕະພັນຕົ້ນຕໍ, ການ​ປະດິດ​ສ້າງ​ໃໝ່​ແລະ​ການ​ປະຍຸກ​ໃຊ້ ​ແລະ​ອື່ນໆ​ ​ເພື່ອ​ເລັ່ງລັດ​ຊຸກຍູ້ໃຫ້​ເຕັກນິກ 5G ​ທີ່​ສຳຄັນໄດ້​ຮັບ​ການ​ນຳ​ໃຊ້​ແລະບູລະນາ​ການ​ໃນ​ຂະ​ແໜງ​ການ​ສາຍຕັ້ງ ​ເຊັ່ນ: ວີ​ດີ​ໂອ​ຄົມ​ຊັດພິ​ເສດ, ລົດ​ຮັບ​ສົ່ງ​ສັນຍານ​ອິນ​ເຕີ​ເນັດ ຫຼື Internet of Vehicles, ອິນ​ເຕີ​ເນັດດ້ານອຸດສາຫະກຳ ​ແລະ​ອື່ນ​ໆ.

ຄຳ​ເຫັນ

0