尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ກ່າວ​ປະ​ນາມ​ຕໍ່​ອາ​ເມ​ຣິ​ກາ​ທີ່​ປະ​ຕິ​ບັດ​ລັດ​ທິ​ກໍ່​ການ​ຮ້າຍ​ທາງ​ເສດ​ຖະ​ກິດ

2019-07-18 16:58:42 cri

ວັນ​ທີ 17 ກໍ​ລະ​ກົດ​ນີ້ ຢູ່​ສຳ​ນັກ​ງານໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ນິວຢອກ, ທ່ານ ໂມ​ຮາ​ມັດ ຈາ​ວັດ ຈາ​ຣິ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານໄດ້​ກ່າວ​ປະ​ນາມ​ຕໍ່​ອາ​ເມ​ຣິ​​ກາ​ທີ່​ໄດ້​ຂວ້ຳ​ບາດ​ອີ​ຣານ​ທາງ​ເສດ​ຖະ​ກິດ ໂດຍເຫັນ​ວ່າ​ນີ້​ເປັນ​ການ​ນາບ​ຂູ່​ດ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ທາງ​ເສດ​ຖະ​ກິດ,ທັງເປັນ “ການ​ຂົ່ມ​ຂູ່​ທີ່​ໃຫຍ່​ທີ່​ສຸດ” ຕໍ່​ອີ​ຣານ​ແລະ​ປະ​ເທດ​ອື່ນໆ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ແຫ່ງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.
 

ທ່ານ ຈາ​ຣິ​ຟ ກ່າວ​ໃນ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ເມືອງ​ລະ​ດັບ​ສູງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ​ວ່າ: ປະ​ຊາ​ຊົນ​ອີ​ຣານ​ໄດ້​ຮັບ​ການ​ນາບ​ຂູ່ດ້ວຍ​ລັດ​ທິ​ກໍ່​ການ​ຮ້າຍ​ທາງ​ເສດ​ຖະ​ກິດ​ທີ່​ປ່າ​ເຖື່ອນ​ທີ່​ສຸດ​ແລະ​ແນໃສ່​ປະ​ຊາ​ຊົນ​​ທົ່ວ​ໄປ​ຜູ້​ທີ່​ບໍ່​ມີ​ຄວາມ​ຜິດ​ຫຍັງ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທາງ​ການ​ເມືອງ​ທີ່​ຜິດ​ກົດ​ໝາຍ. ທ່ານ ຈາ​ຣິ​ຟ ໄດ້​ກ່າວ​ປະ​ນາມ​ຕໍ່​ອາ​ເມ​ຣິ​ກາ​ທີ່​ໄດ້​ລະ​ເມີດ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ,ຂວ້ຳ​ບາດ​ທາງ​ເສດ​ຖະ​ກິດນອກ​ພາກ​ພື້ນ​ທີ່​ຜິດ​ກົດ​ໝາຍ​ຕໍ່​ອີ​ຣານ, “ເປັນ​ການ​ຂົ່ມ​ຂູ່​ທີ່​ໃຫຍ່​ທີ່​ສຸດ​ຕໍ່​ອີ​ຣານ​ແລະ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຫຼາຍ​ປະ​ເທດ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ແຫ່ງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ”.

ຄຳ​ເຫັນ

0