吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມ​ດຸນ​ດ່ຽງ​​ເສດຖະກິດພາຍ​ນອກ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ

2019-07-18 17:09:49 CRI

ວັນ​ທີ 17 ກໍລະກົດ​ນີ້, ອົງການ​ກອງ​ທຶນ​​ເງິນຕາ​ສາກົນ ຫຼື IMF ​ໄດ້​ລະບຸ​ວ່າ: ​ໃນ​ປີ 2018, ສະພາບ​ການ​ເສດຖະກິດພາຍ​ນອກ​​ຈີນ​ສອດຄ່ອງ​ກັບ​ພື້ນຖານ​ເສດຖະກິດ​​ໃນ​ໄລຍະ​ກາງ ​ແລະ​ຄວາມ​ດຸນ​ດ່ຽງ​​ເສດຖະກິດ​ພາຍ​ນອກຂອງ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ອີກ.

IMF ​ໄດ້​ເປີ​ດ​ເຜີຍ “ບົດ​ລາຍ​ງານ​ຄວາ​ມສ່ຽງ​ພາຍ​ນອກ​ປີ 2019” ​ໃນ​ມື້​ດຽວ​ກັນ​ວ່າ: ​ການ​​ເກີນ​ດຸນ​ຂອງ​ບັນຊີ​ເງິນ​ຝາກ​ກະ​ແສ​ລາຍ​ວັນ​ຈີນ​ກວມ GDP ​ໄດ້​ຫຼຸດ​ລົງ​ເຖິງ 0,4% ​ໃນ​ປີ 2018 ຈາກ 10% ​ໃນ​ປີ 2007, ສະພາບ​ການ​ເສດຖະກິດ​ພາຍ​ນອກຈີນ​ໄດ້​ສອດຄ່ອງ​ກັບ​ພື້ນຖານ​ເສດຖະກິດ​ໃນ​ໄລຍະ​ກາງ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ບໍ່​ຕ້ອງອາ​ໄສການ​ສົ່ງ​ອອກ ​ແຕ່​ໄດ້​ຂັບ​ເຄື່ອນໂດຍ​ຄວາມ​ຮຽກຮ້ອງ​ຕ້ອງການ​ພາຍ​ໃນ.

ຄຳ​ເຫັນ

0