尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຕ້ອນ​ຮັບ​​ຜູ້​ຕາງ​ໜ້າ​ອ​າ​ຟ​ຣິ​ກາ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຈີນ-ອາ​ຟ​ຣິ​ກາ​ຄັ້ງ​ທຳ​ອິດ

2019-07-18 16:46:59 cri

ວັນ​ທີ 17 ກໍ​ລະ​ກົດ​ນີ້ ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ເວີ້ຍ​ເຟີ້ງ​ເຮີ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ຄະ​ນະຜູ້​ຕາງ​ໜ້າ​ອ​າ​ຟ​ຣິ​ກາ​ທີ່ມາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຈີນ-ອາ​ຟ​ຣິ​ກາ​ຄັ້ງ​ທຳ​ອິດ.
 

ທ່ານ ເວີ້ຍ​ເຟີ້ງ​ເຮີ ກ່າວ​ວ່າ: ການ​ຮ່ວມ​ມື​ດ້ານ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ແມ່ນ​ເສົາ​ຄ້ຳ​ທີ່​ສຳ​ຄັນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຟ​ຣິ​ກາ,ເປັນ​ການ​ປະ​ກອບ​ສ່ວນ​ທາງ​ປະ​ຫວັດ​ສາດ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ແລະ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​​ຝ່າຍ. ຈີນ​ແລະ​ອາ​ຟ​ຣິ​ກາ​ຄວນ​ຈັດ​ຕັ້ງ​ປ​ະ​ຕິ​ບັດ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາບ​ທີ່​ສຳ​ຄັນ​ລະ​ຫວ່າງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ກັບ​ຜູ້​ນຳ​ຝ່າຍ​ອາ​ຟ​ຣິ​ກາ​ໃຫ້​ດີ,ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ,ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ຝ່າຍ ແລະ ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຟ​ຣິ​ກາ​​ໃຫ້ມີ​ຄວາມ​ໜັກ​ແໜ້ນກວ່າ​ເກົ່າ.
 

ຜູ້​ຕາງ​ໜ້າ​ຝ່າຍ​ອາ​ຟ​ຣິ​ກາ​ກ່າວ​ວ່າ:ອາ​ຟ​ຣິ​ກາ​ຍິນ​ດີ​ຮ່ວມ​ກັບ​ຈີນ​ພະ​ຍາ​ຍາມ​ລົ​ງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຕື່ມ​ອີກ​ເຊັ່ນ:ການ​ປ້ອງ​ກັນ​ການ​ເດີນ​​ທະ​ເລ,ການ​ຕ້ານ​ການ​ກໍ່​ການ​ຮ້າຍ,ອົບ​ຮົມ​ບຸກ​ຄະ​ລາ​ກອນ,ການ​ຝຶ​ກ​ຊ້ອມ​ແລະ​ຝຶກ​ແອບ​ຮ່ວມແລ​ະ​ຂົງ​ເຂດ​ອື່ນໆ,ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ອາ​ຟ​ຣິ​ກາ​ກໍ​ຄື​ຂອງ​ໂລກ.

ຄຳ​ເຫັນ

0