吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບາງມາດ​ຕະການຕ້ານ​ການ​ເກື້ອກູນຂອງ​ອາ​ເມຣິກາ​ຕໍ່​ຈີນ​ຍັງ​ລະ​ເມີດ​ກົດ​ລະບຽບ​WTO

2019-07-18 17:08:41 CRI

ວັນ​ທີ 16 ກໍລະກົດ​ນີ້, ອົງການ​ການ​ຄ້າ​ໂລກ​ໄດ້​ລະບຸ​ວ່າ: ​ອາ​ເມຣິກາ​ບໍ່​ໄດ້​ປະຕິບັດ​ຕາມ​ການ​ຕັດສິນ​ຂອງ​ອົງການ​ການ​ຄ້າ​ໂລກ​ໃນ​ປີ 2014 ຢ່າງຮອບດ້ານ​ແຕ່​ຢ່າງ​ໃດ, ມາດ​ຕະການຕ້ານ​ການ​ເກື້ອກູນ​ຂອງ​ອາ​ເມຣິກາ​ຕໍ່​ສິນຄ້າ​ນຳ​ເຂົ້າຈາກ​ຈີນ​ນັ້ນ​ຍັງ​ລະ​ເມີດ​ກົດ​ລະບຽບ​​ທີ່​ກ່ຽວຂ້ອງ​ຂອງ​ອົງການ​ການ​ຄ້າ​ໂລກ.

ອົງການ​ຮ້ອງ​ຟ້ອງ​ໄດ້​ສະໜັບສະໜູນ​ຜົນ​ການ​ຕັດສິນຂອງ​ໜ່ວຍ​ງານ​ຜູ້​ຊ່ຽວຊານ​ທີ່​ລະບຸ​ໄວ້​ໃນ​ເດືອນ​ມີນາ​ປີ 2018 ຜ່ານ​ມາ ​ເຊິ່ງ​ໄດ້​ຊີ້​ຂາດ​ມາດ​ຕະການຕ້ານ​ການ​ເກື້ອກູນ 11 ສະບັບ​ຂອງ​ອາ​ເມຣິກາ​ຕໍ່​ຫໍ່ນ້ຳມັນ, ​​ແບ໋ດ​ເຕີຣີພະລັງງານ​ແສງ​ອາທິດ ​ແລະ​ສິນຄ້າ​ອື່ນໆ​ທີ່​ຜະລິດ​​ໂດຍ​ຈີນ​ໄດ້​ລະ​ເມີດ​ກົດ​ລະບຽບ​ທີ່​ກ່ຽວຂ້ອງ​ຂອງ “ສັນຍາ​ມາດ​ຕະການ​ເກື້ອກູນ ​ແລະຕ້ານ​​ການເກື້ອກູນ”.

ຄຳ​ເຫັນ

0