黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​​ອຳ​ນວຍຄວາມ​ສະ​ດວກ​ໃຫ້​ແກ່​ບຸກ​ຄະ​ລາ​ກອນ​ຕ່າງ​ປະ​ເທດລະ​ດັບ​ສູງ​ຮ້ອງ​ຂໍ​​ໃບ​ອະ​ນຸ​ຍາດອາ​ໄສ​ຢູ່​ຈີນ​ຖາ​ວອນ

2019-07-18 16:52:45 cri

​ຈີນ​ຈະ​ອຳ​ນວຍ​ຄວາມ​ສະ​ດວກດ້ານ​ການ​ຮ້ອງ​ຂໍ​ໃບ​ອະ​ນຸ​ຍາດ​ອາ​ໄສ​ຢູ່​ຈີນ​ຖາ​ວອນ​ໃຫ້​ແກ່​ບຸກ​ຄະ​ລາ​ກອນ​ຕ່າງ​ປະ​ເທດ​ລະ​ດັບ​ສູງ, ຄົນ​ຕ່າງ​ປະ​ເທດ​ທີ່ມີ​ເຊື້ອ​ສາຍ​ຈີນ​ທີ່​ຈົບການ​ສຶກ​ສາ​​ລະ​ດັບປະ​ລິ​ຍາ​ເອກ​ຫຼື​ເຮັດ​ວຽກ​ຢູ່​ເຂດ​ພັດ​ທະ​ນາ​ສຳ​ຄັນ​ຂອງ​ຕ່າງ​ປະ​ເທດ​ເປັນ​ໄລ​ຍະ​ຍາວ, ບຸກ​ຄະ​ລາ​ກອນ​ຕ່າງ​ປະ​ເທດ​ທີ່​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຫຼື​​ມີ​ຄວາມຕ້ອງ​ການ​ທີ່​ສຸດ, ຄົນ​ຕ່າງ​ປະ​ເທດ​ທີ່​ເຮັດ​ວຽກ​ຢູ່​ຈີນ​ເປັນ​​ເວ​ລາ​ຍາວ​​ນານແລະ​ຖືກ​ກັບ​ມາດ​ຕະ​ຖານ​ລາຍ​ຮັບ​ແລະ​ມາດ​ຕະ​ຖານ​ເສຍ​ອາ​ກອນ. ຜົວ​ເມຍ​ແລະ​ລູກ​ທີ່​ບໍ່​ເຕັມ​ອາ​ຍຸກະ​ສຽນ​ຂອງ​ຄົນ​ເຫຼົ່າ​ນີ້​ສາ​ມາດ​ຮ້ອງ​ຂໍ​ຮ່ວມ​ກັນ​ໄດ້.

ກະ​ຊ​ວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈີນ​ໄດ້​ເປີດ​ເຜີຍ​ຂ່າວ​ດັ່ງ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້. ຂ່າວ​ແຈ້ງ​ຕື່ມວ່າ, ເລີ່ມ​ແຕ່​ວັນ​ທີ 1 ສິງ​ຫາ​ໜ້າ​ນີ້​ເປັນ​ຕົ້ນ​ໄປ, ທົ່ວ​ປະ​ເທດ​ຈີນ​ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ 12 ຂໍ້​ກ່ຽວ​ກັບການ​ຍົກ​ຍ້າຍ​ພົນ​ລະ​ເມືອງ​ແລະ​ເຂົ້າ​ອອກ​ເມືອງ, ເນື້ອ​ໃນ​ຈະ​ກ່ຽວ​ພັນ​ເຖິງ​ສີ່​ດ້ານ​ຄື: ເປີດກວ້າງ​ຂອບ​ບຸກ​ຄະ​ລາ​ກອນ​ຕ່າງ​ປະ​ເທດ​ທີ່​ຮ້ອງ​ຂໍ​ໃບ​ອະ​ນຸ​ຍາດອ​າ​ໄສ​ຢູ່​ຈີນ​ຖາ​ວອນ, ເປີດກວ້າງ​ຂອບ​ການ​ຂໍ​ວີຊາ​ໄລ​ຍະ​ຍາວ​ແລະ​ໃບ​ອະ​ນຸ​ຍາດ​ອາ​ໄສ​ຢູ່​ຈີນ, ເປີດກວ້າງ​ຂອບ​ການ​ດຶງ​ດູດ​ບຸກ​ຄະ​ລາ​ກອນ​ຕ່າງ​ປະ​ເທດ, ຍົກ​ສູງ​ລະ​ດັບ​ການ​ບໍ​ລິ​ການແລະ​ບໍ​ລິ​ຫານ​ຄົນ​ຕ່າງ​ປະ​ເທດ.

ຄຳ​ເຫັນ

0