莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຝ່າຍ​ຕ່າງໆ​ທີ່​ປະ​ທະ​ກັນ​ຢູ່​ອຸ​ແກ​ຣນ​ຕົກ​ລົງ​ຈະ​ຢຸດ​ຍິງ​ໂດຍບໍ່​ກຳ​ນົດເວ​ລ​າ

2019-07-18 16:39:47 cri

ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ວັນ​ທີ 17 ກໍ​ລະ​ກົດ​ນີ້, ຢູ່​ມິນ​ສ​ ນະ​ຄອນຫຼວງ​ເບລາ​ຣູ​ຊີ, ທ່ານ​ມາ​ຕິນ ຊາ​ດິກ ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ອົງ​ການ​ຄວາມ​ໝັ້ນ​ຄົງ​ແລະ​ການ​ຮ່ວມ​ມື​ເອີ​ຣົບ​ກ່າວ​ວ່າ, ບັນ​ດາ​ຝ່າຍ​ທີ່​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ອຸ​ແກ​ຣນ​ປຶກ​ສາ​ຫາ​ລື​ກັນ​ແລະ​ຕົກ​ລົງ​ວ່າ​ຈະ​ປະ​ຕິ​ບັດ​ການ​ຢຸດ​ຍິງ​​ໂດຍບໍ່​​​​ກຳ​ນົດ​ເວ​ລາ​ແຕ່​ວັນ​ທີ 21 ກໍ​ລະ​ກົດ​ນີ້​ເປັນ​ຕົ້ນ​ໄປ.

ມື້​ດຽວ​ກັນ, ໜ່ວຍ​ປະ​ສານ​ງານ​ສາມ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ອຸ​ແກຣນ​ຄື:ອຸ​ແກ​ຣນ, ອົງ​ການ​ຄວາມ​ໝັ້ນ​ຄົງ​ແລະ​ການ​ຮ່ວມ​ມື​ເອີ​ຣົບ, ຣັດ​ເຊຍ ໄດ້​ຈັດ​ການ​ພົບ​ປະ​ເຈ​ລະ​ຈາ​ກັນ​ຢູ່​ນະ​ຄອນຫຼວງມິນ​ສ. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນຫຼັງ​ການ​ປະ​ຊຸມ, ທ່ານ​ມາ​ຕິນ ຊາ​ດິກ​ກ່າວ​ວ່າ: ມື້​ດຽວ​ກັນ, ໜ່ວຍ​ປະ​ສານ​ງານ​ສາມ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເນື້ອ​ໃນ​ຖະ​ແຫຼງ​ການ​ທີ່​ບັນ​ດາ​ຝ່າຍ​ປະ​ທະ​ກັນ​ຈະ​ປະ​ຕິ​ບັດ​ການ​ຢຸດ​ຍິງ​​ໂດຍບໍ່​​ກຳ​ນົດ​ເວ​ລາ​ແຕ່​ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 21 ກໍ​ລະ​ກົດ​ຕາມ​ເວ​ລາ​ທ້ອງ​ຖິ່ນ. ໃນ​ຖະ​ແຫຼງ​ການ​ດັ່ງ​ກ່າວ​ລວມ​ທັງ​ມ​າດ​ຕະ​ການ​ຕ່າງໆ​ທີ່​ຮັບ​ປະ​ກັນ​ການ​ຢຸດ​ຍິງ​.

ຄຳ​ເຫັນ

0