蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍລິສັດເຂື່ອນໄຟຟ້ານ້ຳງຽບ 2 ຈັດກິດຈະກຳປ່ອຍປາລົງສູ່ແຫຼ່ງນ້ຳ

2019-07-18 16:11:58 CRI

图片默认标题_fororder_1510143496

ຕາມຂ່າວ CRI: ວັນທີ 16 ກໍລະກົດນີ້ ທີ່ເມືອງຜາໄຊ ແຂວງຊຽງຂວາງ,​ ບໍລິສັດເຂື່ອນໄຟຟ້ານ້ຳງຽບ 2 ຈໍາກັດ ໄດ້ຮ່ວມກັບອົງການປົກຄອງເມືອງຜາໄຊ ຈັດກິດຈະກຳປ່ອຍປາລົງສູ່ແຫຼ່ງນ້ຳທຳມະຊາດ ໂດຍໄດ້ປ່ອຍປາລົງສູ່ແມ່ນ້ຳແສນ (ວັງທ່າແປ້ນ) ຈຳນວນ 50,000 ໂຕ.

ກິດຈະກຳຄັ້ງນີ້ໄດ້ດຶງດູດພະນັກງານ-ລັດຖະກອນ ກໍ່ຄືພໍ່ແມ່ປະຊາຊົນເມືອງຜາໄຊເຂົ້າຮ່ວມຢ່າງຄຶກຄື້ນມ່ວນຊື່ນ ເຊິ່ງຊາວເມືອງຜາໄຊໃຫ້ສຳພາດຕໍ່ນັກຂ່າວ CRIວ່າ: “ກິດຈະກຳຄັ້ງນີ້ມີຄວາມໝາຍສຳຄັນຍິ່ງຕໍ່ການປົກປັກຮັກສາສິ່ງແວດລ້ອມຂອງເມືອງຜາໄຊ” ຂະນະທີ່ ທ່ານ ຄຳດີ ທິພະກອນ ພະນັກງານຄົນລາວທີ່ເຮັດວຽກຢູ່ບໍລິສັດເຂື່ອນໄຟຟ້ານ້ຳງຽບ 2 ກໍ່ໄດ້ໃຫ້ສຳພາດຕໍ່ນັກຂ່າວ CRIວ່າ: “ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ມີສ່ວນຮ່ວມນຳກິດຈະກຳຄັ້ງນີ້ ເຊິ່ງຂ້າພະເຈົ້າກໍ່ໄດ້ປ່ອຍປາຖົງໜຶ່ງລົງສູ່ແມ່ນ້ຳແສນ. ຈາກການປ່ອຍປາລົງສູ່ແມ່ນ້ຳ ຈະເຮັດໃຫ້ຄຸນນະພາບນ້ຳດີຂຶ້ນ ແລະກໍ່ຈະຊ່ວຍປັບປຸງສະພາບແວດລ້ອມຢູ່ເມືອງນີ້ໃຫ້ດີຂຶ້ນເຊັນກັນ.”

图片默认标题_fororder_1091462314

ຂ່າວແຈ້ງຕື່ມວ່າ, ນັບແຕ່ໄດ້ສ້າງຕັ້ງບໍລິສັດໃນປີ 2011 ເປັນຕົ້ນມາ, ບໍລິສັດເຂື່ອນໄຟຟ້ານ້ຳງຽບ 2 ກໍ່ໄດ້ປະຕິບັດຕາມຄຳຂວັນ “ສີ່ດີ” ໃນການພັດທະນາ ຄື: ໜຶ່ງ ສ້າງເຂື່ອນໄຟຟ້າໃຫ້ດີ, ສອງ ຊຸກຍູ້ເສດຖະກິດຂອງເຂດນັ້ນໃຫ້ດີ, ສາມ ປັບປຸງສະພາບແວດລ້ອມຂອງເຂດນັ້ນໃຫ້ດີ ແລະ ສີ່ ສ້າງຄວາມຜາສຸກໃຫ້ແກ່ຜູ້ໄດ້ຮັບຜົນກະທົບຈາກການສ້າງເຂື່ອນໃຫ້ດີ. ໂດຍທ່ານ ຊາງ ໝິງຫົງ ຜູ້ອຳນວຍການໃຫຍ່ບໍລິສັດເຂື່ອນໄຟຟ້ານ້ຳງຽບ 2 ກ່າວວ່າ: ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຂອງລັດຖະບານລາວກໍ່ຄື ສົ່ງເສີມວຽກງານປົກປັກຮັກສາສິ່ງແວດລ້ອມ , ບໍລິສັດເຂື່ອນໄຟຟ້ານ້ຳງຽບ 2 ຈຶ່ງໄດ້ຈັດກິດຈະກຳປ່ອຍປາໃນຄັ້ງນີ້ ເພື່ອປົກປັກຮັກສາສິ່ງແວດລ້ອມທຳມະຊາດ ກໍ່ຄືລະບົບນິເວດຂອງເມືອງຜາໄຊດ້ວຍພຶດຕິກຳຕົວຈິງ.

图片默认标题_fororder_1711577014

ຂ່າວແຈ້ງຕື່ມອີກວ່າ: ນັບແຕ່ປີ 2004 ຈົນເຖິງປັດຈຸບັນ, ໃນແຕ່ລະປີຊາວເມືອງຜາໄຊ ກໍ່ໄດ້ເອົາໃຈໃສ່ສ້າງຂະບວນການປ່ອຍປາ ແລະອະນຸລັກສັດປ່າ-ສັດນ້ຳ ໂດຍໄດ້ປ່ອຍປາລົງສູ່ແຫຼ່ງນ້ຳທຳມະຊາດ ເຊັ່ນ: ແມ່ນ້ຳລຳເຊ, ຫ້ວຍຮ່ອງຄອງບຶງຕ່າງໆເປັນຈຳນວນຫຼາຍສົມຄວນ.

    ທ່ານ ບົວວອນ ວົງປັນຍາ ຮອງເຈົ້າເມືອງໆຜາໄຊ ໄດ້ໃຫ້ສຳພາດຕໍ່ນັກຂ່າວ CRIວ່າ: ການປ່ອຍປາລົງສູ່ແຫຼ່ງນ້ຳທຳມະຊາດຕ່າງໆ ມີຄວາມໝາຍສຳຄັນຍິ່ງຕໍ່ລະບົບນິເວດທຳມະຊາດ, ການອະນຸລັກສັດປ່າ-ສັດນ້ຳກໍ່ຄືຊີວະນານາພັນ. ໂອກາດນີ້, ທ່ານໄດ້ສະແດງຄວາມຂອບໃຈຕໍ່ບັນດາວິສາຫະກິດໂດຍສະເພາະບໍລິສັດເຂື່ອນໄຟຟ້ານ້ຳງຽບ 2 ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ແລະຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືປົກປັກຮັກສາສິ່ງແວດລ້ອມຂອງເມືອງຜາໄຊດ້ວຍພຶດຕິກຳຕົວຈິງ.

图片默认标题_fororder_858347596

ຄຳ​ເຫັນ

0