覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່​ຕ່າງ​ປະ​ເທດ​ເຫັນ​ວ່າ ຈີນ​ຍັງ​ເປັນ​ແຫຼ່ງ​ກຳ​ລັງ​ໃຫຍ່​ທີ່​ສຸດ​ທີ່​ຈະຂັບ​ເຄື່ອນ​ໃຫ້​ເສດ​ຖະ​ກິດ​ໂລກ​ຂະ​ຫຍາຍ​ຕົວ

2019-07-18 16:33:30 cri

ຂ່າວ​ສານ​ຈີນ​ລາຍ​ງານ​ວ່າ: ບົດ​ລາຍ​ງານ​ເສດ​ຖະ​ກິດ​ຈີນ 6 ເດືອນ​ຕົ້ນ​ປີ 2019 ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 15 ກໍ​ລະ​ກົດ​ນີ້. ເຖິງ​ແມ່ນ​ວ່າ ໃນ​ໄຕ​ມາດ​ທີ 2 ,​ຈັງ​ຫວະ​ການ​ເຕີບ​ໂຕ​ GDPຂອງ ຈີ​ນ​ຕ່ຳ​ກວ່າ​ໄຕ​ມາດ​ທີ 1 ໜ້ອຍ​ໜຶ່ງ​ກໍ​ຕາມ, ແຕ່​ສື່ມວນ​ຊົນ​ຕ່າງ​ປະ​ເທດຫຼາຍ​ສຳ​ນັກ​ເຫັນ​ວ່າ​: ເສດ​ຖະ​ກິດ​ຈີນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງກວ່າ​ເກົ່າ ແລະ​ຄາດ​ວ່າ​ຈະ​ມີ​ຄວາມ​ໝັ້ນ​ທ່ຽງ​ໃນ 6 ເດືອນ​ທ້າຍ​ປີ​ນີ້.
 

 ໜັງ​ສື​ພິມ Financial Times ອັງ​ກິດ​ລາຍ​ງານ​ວ່າ: ຈີນ​ຍັງ​ເປັນ​ແຫຼ່ງ​ກຳ​ລັງ​ໃຫຍ່​ທີ່​ສຸດ​ທີ່​ຈະ​ຂັບ​ເຄື່ອນ​ໃຫ້​ເສດ​ຖະ​ກິດ​ໂລກ​ຂະ​ຫຍາຍ​ຕົວ. ​ ເສດ​ຖະ​ກິດ​ຈີນ​ໃນ​ປັດ​ຈຸ​ບັນ​ມີ​​ຂະ​ໜາດ​ໃຫຍ່​ແລະຄວາມ​ເຂັ້ມ​ແຂງຫຼາຍ​ຖ້າ​ທຽບ​ໃສ່​ຕົ້ນ​ຊຸມ​ປີ 1990. ປີ 2018, ​ການ​ຂະ​ຫຍາຍ​ຕົວ​ດ້ານGDP​ຂອງ​ຈີນ ເທົ່າ​ກັບ​ຂະ​ໜາດ​ເສດ​ຖະ​ກິດ​ຂອງ​ອົ​ສ​ຕ​ຣາ​ລີ. ປີ​ນີ້, ຕາມ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ໃນ​ປັດ​ຈຸ​ບັນ, ​ຄາດ​ວ່າປະ​ລິ​ມານ​ການ​ເຕີບ​ໂຕ​ GDP​ຂອງ​ຈີນ​ອາດ​ຈະຫຼາຍກວ່າ ອົ​ສ​ຕ​ຣາ​ລີ​ອີກ​ຄັ້ງໃໝ່.
 

ການ​ລາຍ​ງານ​ຂ່າວ​ຂອງ​ໜັງ​ສື​ພິມ Financial Times ອັງ​ກິດລະ​ບຸ​ວ່າ: ປີ​ນີ້, ລັດ​ຖະ​ບານ​ຈີນ​ຕົ້ນ​ຕໍ​​ແມ່ນອາ​ໄສ​ການ​ກະ​ຕຸ້ນ​ດ້ານ​ການ​ເງິນ​ເພື່ອ​ຄ້ຳ​ຊູ​ການ​ເຕີບ​ໂຕ​ດ້ານ​ເສດ​ຖ​ະ​ກິດ, ໂດຍ​ໄດ້​ປະ​ກາດ​ໃຊ້​ມາດ​ຕະ​ການຫຼຸດ​ພາ​ສີ​ອາ​ກອນ​ເກືອບ 2000 ​ຕື້ຢວນ. ເດືອນ​ມິ​ຖຸ​ນາ​ຜ່ານ​ມາ, ຂໍ້​ມູນ​ສ່ວນ​ໜຶ່ງ​ຂອງ​ຈີນ​ໄດ້​ສູງກວ່າ​ການ​ຄາດ​ຄະ​ເນ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ເສດ​ຖະ​ກິດ​ຈີນຈະ​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ.
 

​ສຳ​ນັກ​ຂ່າວ​ສານ Sputnik ຣັດ​ເຊຍ​ລາຍ​ງານ​ວ່າ: ໃນ 6 ເດືອນ​ຕົ້ນ​ປີ​ນີ້, ​ສະ​ພາບ​ການ​ພັດ​ທະ​ນາ​ ເສດ​ຖະ​ກິດ​ຂອງ​ຈີນ​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ ເຊິ່ງ​ສອດ​ຄ່ອງ​ກັບ​ການ​ຄາດ​ຄະ​ເນ​, ແລະ​ໃນ​ປີ 2019 ນີ້ , ເສດ​ຖະ​ກິດ​ຈີນ​​ອາດຈະ​ຂະ​ຫຍາຍ​ຕົວ​ໃນ​ລະ​ຫວ່າງ 6,2% ຫາ 6,3%.
 

ບໍ​ລິ​ສັດ CNN  ອາ​ເມ​ຣິ​ກາ​ຄາດ​ຄະ​ເນ​ວ່າ: ລັດ​ຖະ​ບານ​ຈີນ​ຈະ​ວາງ​ມາດ​ຕະ​ການ​ກະ​ຕຸ້ນ​ຫຼາຍກວ່າ​ເກົ່າ​ເພື່ອ​ເຮັດ​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ ເຊິ່ງ​ລວມ​ທັງ​ການ​ເພີ່ມ​ການ​ລົງ​ທຶນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ເປັນ​ຕົ້ນ.

ຄຳ​ເຫັນ

0