黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໂກ​ລົມ​ບີ

2019-08-01 14:48:31 cri

图片默认标题_fororder_1124822409_15645787582931n
 

ວັນ​ທີ 31 ກໍ​ລະ​ກົດ​ແລ້ວ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ອິ​ວັນ ດຸກ ປະ​ທາ​ນາ​ທິ​ບໍ​ດີ​ໂກ​ລົມ​ບີ​ຢູ່​ນະ​​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ.

ໃນ​ເວ​ລາ​ພົບ​ປະ​ກັນ, ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ປີ​ໜ້າ​ແມ່ນ​ປີ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ​ກັບ​ໂກ​ລົມ​ບີ​ຄົບ​ຮອບ 40 ປີ, ຈີນ​ຍິນ​ດີ​ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ​ໂກ​ລົມ​ບີ, ເປີດກວ້າງ​ການ​ໄປ​ມາ​ຫາ​ສູ່​ກັນ, ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ, ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັນ​ແລະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່. ທ່ານ​ສີ​ຈິ້ນ​ຜິງ ​ເນັ້ນ​ໜັກ​ວ່າ, ຈີນ​ແລະ​ໂກ​ລົມ​ບີ​ຄວນ​ເຮັດ​ໃຫ້​ການ​ນຳ​ຂັ້ນ​ສູ​ງ​​ຂອງ​ສອງ​ປະ​ເທດ​ຕິດ​ຕໍ່​ພົວ​ພັນ​ກັນ​ໃກ້​ຊິດກວ່າ​ເກົ່າ, ແລະ​​ແລກປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ການ​ປົກ​ຄອງ​ແລະ​ບໍ​ລິ​ຫານ​ປະ​ເທດ, ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ, ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ. ຈີນ​ຈ​ະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ໂກ​ລົມ​ບີ​ຊຸກ​ຍູ້​ຂະ​ບວນ​ການ​ສັນ​ຕິ​ພາບ​ແລະ​ການ​ສ້າງ​ສາ​ຄືນ​ໃໝ່​ຫຼັງ​ເຫດ​ການ​ປະ​ທະ​ກັນ. ຍິນ​ດີ​ຮ່ວມ​ກັບ​ອາ​ເມ​ຣິ​ກາ​ລາ​ຕິນ​ຊຸກ​ຍູ້​ການ​ສ້າງ​ກົນ​ໄກ​ເວ​ທີ​ປຶກ​ສາ​ຫາ​ລື​ຈີນ-ອາ​ເມ​ຣິ​ກາ​ລາ​ຕີນ​ແລະ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ເມ​ຣິ​ກາ​ລາ​ຕີນ.

​ໂອ​ກາດ​ນີ້, ທ່ານ​ດຸກ​ໄດ້​ອວຍ​ພອນ​ວັນ​ສະ​ຖາ​ປະ​ນາສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 70 ປີຢ່າງ​ສຸດ​ໃຈ. ທ່ານ​ກ່າວ​ວ່າ, ​ເຄົາ​ລົບ​ນັບ​ຖື​ຄວາມ​ສາ​ມາດຂ​ອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ການ​ນຳ​ພາ​ດີ​ເດັ່ນ​ແລະ​ສຳ​ຄັນ​ໃນ​ເວ​ທີ​ອິດ​ທິ​ພົນ​ສາ​ກົນ, ແລະ​ຈະ​ຖອດ​ຖອນ​ບົດ​ຮຽນ​ໃນ​ການ​ຮ່ຳ​ຮຽນ​ບົດ​ຮຽນ​ດຳ​ເນີນ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ຈີນ, ແລະ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍ​າຍ​ຕົວ​ຕື່ມ​ອີກ​ໂດຍ​ຜ່ານ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ເສດ​ຖະ​ກິດ​ການ​ຄ້າ, ພະ​ລັງ​ງານ, ພື້ນ​ຖານ​ໂຄງ​ລ່າງ, ການ​ເຊື່ອມ​ຈອດ​ກັນ, ເສດ​ຖະ​ກິດ​ດີ​ຈີ​ຕອນ, ຂະ​ແໜງ​ການ​ການ​ປະ​ດິ​ດ​ສ້າງ​ໃໝ່​ແລະ​ຂົງ​ເຂດ​ອື່ນໆ. ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​ໄປ​ລົງ​ທຶນ​ຢູ່​ໂກ​ລົມ​ບີ. ໂກ​ລົມ​ບີ​ຍິນ​ດີ​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນລະ​ຫວ່າງ​ອາ​ເມ​ຣິ​ກາ​ລາ​ຕີນ​ກັບ​ຈີນ​ໃຫ້​ຂະ​ຫຍາຍ​ຕົວ​ຕື່ມ​ອີກ.

ພາຍ​ຫຼັງ​​ສຳ​ເລັດ​ການ​ພົບ​ປະ​ແລ້ວ, ຜູ້​ນຳ​ສອງ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ລົງ​ນາມ​ຂອງ​ເອ​ກະ​ສານ​ຮ່ວມ​ມື​ຕ່າງໆ​ຂອງສອງ​ຝ່າຍ.

ຄຳ​ເຫັນ

0