黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ສົ່ງ​ສານສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ເຖິງ​ປະ​ທາ​ນາ​ທິ​ບໍ​ດີ​ເອ​ຢິບ​ກ່ຽວ​ກັບ​ເຫດ​ການ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ເລີ​ແກ

2019-08-08 10:33:55 cri

ວັນ​ທີ 6 ສິງ​ຫາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ເຖິງ​ທ່ານອັບ​ເດວ ຟັດ​ຕາ ໂອ ຊີ​ຊີ ປະ​ທາ​ນາ​ທິ​ບໍ​ດີ​ເອ​ຢິບກ່ຽວ​ກັບ​ເຫດ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ເລີ​ແກ​ປະ​ເທດ​ເອ​ຢິບ.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ທ່ານຮູ້​ສຶກຕົກ​ໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້​ຮັບ​ຊາບວ່າ​​ໄດ້​ເກີດ​ເຫດ​ການ​​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຢ່າງ​ຮ້າຍ​ແຮງ​​ຢູ່ນະ​ຄອນ​ຫຼວງເລີ​ແກ, ສົ່ງ​ຜົນ​ເຮັດ​ໃຫ້​ຫຼາຍ​ຄົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ. ຂ້າ​ພະ​ເຈົ້າ​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນແລະໃນ​ນາມ​ສ່ວນ​ຕົວ, ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຢ່າງ​​ສຸດ​ຊື້ງ​ຕໍ່​ຜູ້​ປະ​ສົບ​ເຄາະ​ຮ້າຍ, ສະ​ແດງ​ຄວາມ​ເຫັນ​ໃຈຢ່າງ​ຈິງ​ໃຈ​ຕໍ່​ຜູ້​ໄດ້​ຮັບ​ບາດ​ເຈັບ​ແລະ​ຄອບ​ຄົວ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ, ຂໍ​ອວຍ​ພອນໃຫ້​ຜູ້​ບາດ​ເຈັບ​ທັງ​ຫຼາຍ​ສາ​ມາດ​ຟື້ນ​ຟູ​ສຸ​ຂະ​ພາບ​ໄດ້​ໂດຍ​ໄວ. ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ກໍ່​ການ​ຮ້າຍ​​ທຸກ​ຮູບ​ແບບ, ກ່າວ​ປະ​ນາມ​​ຢ່າງ​ເຄັ່ງ​ຂຶມ​ຕໍ່​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຄັ້ງ​ນີ້. ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ເອ​ຢິບທີ່​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ​ແລະ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ.

ຄຳ​ເຫັນ

0