李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ກີມ​ເຈິງ​ອຸນ​ຊີ້​ນຳ​ການທົດ​ລອງ​ຍິງ​ອາ​ວຸດ​ແບບ​ໃໝ່​​ຢູ່​ສະ​ຖານ​ທີ່​ຍິງ

2019-08-11 16:27:40 cri

ວັນ​ທີ 11 ສິງ​ຫາ​ນີ້, ຂ່າວ​ສານ​ສູນ​ກາງ​ສ​ປ​ປ​ ເກົາ​ຫຼີລາຍ​ງານ​ວ່າ, ວັນ​ທີ 10 ສິງ​ຫາ​ນີ້, ທ່ານ​ກີມ​ເຈິງ​ອຸນ, ຜູ້​ນຳ​ສູງ​ສຸດ ສ​ປ​ປ​ ເກົາ​ຫຼີ​ໄດ້​ຊີ້​ນຳ​ການທົດ​ລອງ​ຍິງ​ອາ​ວຸດ​ແບບ​ໃໝ່​ຊະ​ນິດ​ໜຶ່ງ​​ຢູ່​ສະ​ຖານ​ທີ່​ຍິງ.

ຂ່າວ​ແຈ້ງວ່າ, ໃນ​ເວ​ລາ​ເບີ່ງ​ການທົດ​ລອງ​ຍິງ​, ທ່ານ​ກີມ​ເຈິງ​ອຸນ​ກ່າວ​ວ່າ, ສັບ​ພະຄຸນ​ຂອງ​ອາ​ວຸດ​ແບບ​ໃໝ່​ດີ​ກວ່າ​ລະ​ບົບ​ອາ​ວຸດ​ປັດ​ຈຸ​ບັນ. ທ່ານ​ກີມ​ເຈິງ​ອຸນ​ໄດ້ຊີ້​ນຳ​ການ​ທົດ​ລອງ​ຍິງ​ອາ​ວຸດ​ແບບໃໝ່​ຢູ່​​ປ້ອມ​ຍາມ, ແລະ​ອອກ​ຄຳ​ສັ່ງໃຫ້​ຍິງ​.

ຂ່າວ​ແຈ້ງອີກວ່າ, ຜ່ານ​ການ​ວິ​ເຄາະ​​ຢ່າງລະ​ອຽດ​ຕໍ່​ຜົນ​ການ​ທົດ​ລອງ​ຍິງ, ຄວາມ​ດີ​ເດັ່ນ​ຂອງ​ລະ​ບົບ​ອາ​ວຸດ​ແບບ​ໃໝ່​ໄດ້​ຮັບ​ການ​​ຢືນຢັນ.

ຄຳ​ເຫັນ

0