莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວ​ເກົາ​ຫຼີ​ໃຕ້ 60% ຂຶ້ນ​ໄປ ​ຂວ້ຳ​ບາດ​ສິ​ນ​ຄ້າ​ຍີ່​ປຸ່ນ

2019-08-12 14:39:31 cri

ຕາມ​ຂ່າວ​ສານ​ກຽວ​ໂຕ​ຂອງ​ຍີ່​ປຸ່ນ​ລາຍ​ງານ​ວ່າ, ເນື່ອງ​ຈາກວ່າ​ລັດ​ຖະ​ບານ​ຍີ່​ປຸ່ນ​ເພີ່ມ​ທະ​ວີການ​ເຂັ້ມ​ງວດ​ຕໍ່ການ​ສົ່ງ​ອອກ​ສິນ​ຄ້າ​ໄປ​ສ​.ເກົາ​ຫລີ, ​ສະ​ນັ້ນ ຈຶ່ງ​ເກີດ​ການປະ​ທ້ວງ​ຢູ່​ນະ​ຄອນ​ເຊ​ອຸ່ນ​ຂອງ​ສ.ເກົາ​ຫລີ​​ຂະ​ຫຍາຍວົງກວ້າງ​ອອກ. ໃນ​ການ​ສຳຫຼວດ​ຫາງ​ສຽງ​ປະ​ຊາ​ຊົນ​ທົ່ວ​ໄປ​ຂອງ​ທົ່ວ​ປະ​ເທດ​ສ.ເກົາ​ຫລີນັ້ນ, ມີ​ຜູ້​ໃຫ້​ສຳ​ພາດ 60% ຂຶ້ນ​ໄປ​ສະ​ແດງ​ໃຫ້​ເຫັນວ່າ ກຳ​ລັງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​​ຂວ້ຳ​ບາດ​ສິນ​ຄ້າ​ຍີ່​ປຸ່ນ.

ວັນ​ທີ 8 ສິງ​ຫານີ້, ບໍ​ລິ​ສັດ​ສຳຫຼວດ​ຫາງ​ສຽງ​ຂອງ​ສ​.ເກົາ​ຫລີ ຫຼື “Real Meter” ໄດ້​ເປີດ​ເຜີຍ​ຜົນ​ການ​ສຳ​ຫຼວດ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ທີ່​ກຳ​ລັງ​ເຂົ້າ​ຮ່ວມ​ການ​​ຂວ້ຳ​ບາດ​ສິນ​ຄ້າ​ຍີ່​ປຸ່ນນັ້ນ​​ມີ​ເຖິງ 61,2%,  ໄດ້ຍົກ​ເລີກ​ການ​ໄປ​ທ່ຽວ​ຍີ່​ປຸ່ນ​ຢ່າງ​ເປັນ​ເຈົ້າ​ການແລະ​ພວມ​ຂະ​ຫຍາຍ​ວົງກວ້າງ​ອອກ, ສາຍ​ການ​ບິນ​ລະ​ຫວ່າງ​ຍີ່​ປຸ່ນ-ສ.ເກົາ​ຫລີ​ຫຼຸດ​ຈຳ​ນວນ​ຖ້ຽວ​ບິນແລະ​ຢຸດ​ຕິ​ການ​ບິນ.

ຄຳ​ເຫັນ

0