吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ດູ​ເຕີ​ເຕສົ່ງ​ສານ​ອວຍ​ພອນບຸນ​ເອດ​ອານ​ອັດຮາ​ຂອງ​ຊາວ​ມຸ​ສ​ລິ​ມຟິລິບ​ປິນ

2019-08-12 16:56:20 cri

ສຳ​ນັກ​ຂ່າວສານ “ABS-CBNnews” ຂອງ​ຟິລິບ​ປິນ​ໄດ້​ລາຍ​ງານ​ວ່າ: ວັນ​ທີ 11 ສິງຫາ​ນີ້, ທ່ານ​ໂຣດຣີ​ໂກ ​ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນ​ໄດ້​ສົ່ງ​ສານອວຍພອນຊາວມຸສລິມ​ໃນ​ການສະເຫຼີມສະຫຼອງບຸນ​ເອດ​ອານ​ອັດ​ຮາ.

​ໃນ​ປຶ້ມ​ຄຳ​ພີ “ກູຣັນ” ໄດ້ລະບຸວ່າ: ບຸນເອດອານອັດຮາແມ່ນບຸນເພື່ອລະນຶກ​ເຖິງ​ທ່ານ​ອິບຣາຣີມ ພະສາດ​ສະຕາ​ຜູ້ຈັດ​ຕັ້ງ​ປະຕິບັດ​ຄຳ​ສັ່ງສອນ​ຂອງ​ພະ​​ເຈົ້າອະ​ຫຼ່າ​ ​ແລະ​ຖວາຍ​ລູກ​ຕົນ​ໃຫ້​ແກ່​ພະເຈົ້າ​ອະ​ຫຼ່າ. ພະ​ເຈົ້າອະ​ຫຼ່າ​ໄດ້ທົດ​ສອບ​ຄວາມ​ຈິງ​ໃຈ​ຂອງ​ທ່ານອິບຣາຣີມ, ​ແລ້​ວສົ່ງ​ທູດ​ສະຫວັນນຳ​ເອົາ​ແກະ​ດຳ​ນ້ອຍ​​ມາແທນ​ລູກ​ຂອງ​ທ່ານ​.

ທຳນຽບປະທານາທິບໍດີ​ຟິລິບ​ປິນ​ໄດ້​ປະກາດ​ວ່າຈະ​ກຳນົດ​ໃຫ້ວັນ​ທີ 12 ສິງຫາເປັນ​ວັນພັກປົກກະຕິຂອງ​ບຸນ​ເອດ​ອານ​ອັດ​ຮາ.

ຂໍ້​ມູນ​ສະຖິຕິ​ຈາກ​ລັດຖະບານ​ຟິລິບ​ປິນ​ຊີ້​ໃຫ້​ເຫັນ​ວ່າ: ຊາວ​ມຸສລິ​ມພາຍ​ໃນ​ປະ​ເທດກວມ 6% ຂອງ​ພົນລະ​ເມືອງ​ທັງ​ໝົດ​ໃນ​ປະ​ເທດ​ຕົນ.

 

ຄຳ​ເຫັນ

0