蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄຟ​ໄໝ້​ປ່າ​​ຢູ່ອິນ​ໂດ​ເນ​ເຊຍ​ເຮັດ​ໃຫ້​ເກີດ​ມົນ​ລະ​ພິ​ດ​ທາງ​ອາ​ກາດ​ຢ່າງ​ຮ້າຍ​ແຮງ

2019-08-12 15:22:30 CRI

ໄຟ​ໄໝ້​ປ່າ​ຢູ່ອິນ​ໂດ​ເນ​ເຊຍໄດ້​ແຜ່​ລາມ​ຕໍ່​​ເນື່ອງ, ເຊິ່ງ​ເຮັດ​ໃຫ້​ເກີດໝອກ​ຄວັນ​ໄຟ​ຢ່າງ​ຮ້າຍ​ແຮງ ແລະ ສົ່ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົນ 1136 ຄົນ​ເປັນ​ພະ​ຍາດ​ລະ​ບົບ​​ທາງ​ເດີນຫາຍ​ໃຈ ຍ້ອນ​ຄວັນ.

ທ່ານ​ເຈ​ຣີ ອາ​ກູ​ສ ໂຄ​ສົກ​ອົງ​ການຫຼຸດ​ຜ່ອນ​ໄພ​ພິ​ບັດ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ​ໝອກ​ຄວັນ​ໄຟ​ຖືກ​ລົມ​ພັດ​ຈາກ​​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄປ​ທາງ​​ທິດເໜືອ, ເຮັ​ດ​ໃຫ້​ເກີດ​ມົນ​ລະ​ພິດ​ທາງ​ໝອກ​ຄວັນ​ໄຟ​ປົກ​ຫຸ້ມ​ເຣຍ​ອູ ແລະ ແຂວງ​ກາ​ລີ​ມັນ​ຕັນ​ກາງ​ນັບ​ມື້​ນັບ​ຮ້າຍ​ແຮງ. ທ່ານ​ກ່າວ​ຕື່ມ​ວ່າ, ເຖິງວ່າ​​ໝອກ​ຄວັນ​ໄຟໄດ້​ປົກ​ຫຸ້ມຫຼາຍ​ເຂດ​ໃນ​ແຂວງ​ເຣຍ​ອູ, ແຕ່​ດາວ​ທຽມ​ໄດ້​ສະ​ແດງ​ພາບໃຫ້​ເຫັນ​ວ່າ, ປັດ​ຈຸ​ບັນ, ຄວັນ​ໄຟ​ຍັງ​ບໍ່​ທັນ​ປິວ​ໄປ​ເຖິງ​ສິງ​ກະ​ໂປ ຫຼື​ແຫຼມ​ມາ​​ລາ​ຢູ່​ເທື່ອ.

ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ​ໄດ້​ແຈ້ງ​ເຕືອນ​ຄຸ້ມ​ບ້ານ​ຕ່າງໆ​ຕ້ອງ​​ກະ​ກຽມ ເພື່ອ​ໃຫ້​ກາ​ນ​ບໍ​ລິ​ການ​ທາງ​ການ​ແພດ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ເປັນ​ພະ​ຍາດ​ລະ​ບົບ​ທາງ​ເດີນຫາຍ​ໃຈ.

ຄຳ​ເຫັນ

0