吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມ​ສາມາດ​ຜະລິດ​ຊີມັງ​ຂອງ​ຫວຽດນາມ​ເປັນ​ອັນ​ດັບ 3 ຂອງ​ໂລກ

2019-08-12 16:57:28 cri

Global Cement ​ໄດ້​ລະບຸວ່າ: ນັບ​ມາຮອດ​ເດືອນ​ທັນວາ​ປີ 2018 ຜ່ານ​ມາ, ຈີນ​ເປັນ​ປະ​ເທດ​ຜະລິດ​ຊີມັງ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ກຳລັງ​ຕິດ​ຕັ້ງບັນລຸ​ເຖິງ 1484 ລ້ານ​ໂຕນຕໍ່​ປີ, ຖັດມາ​ແມ່ນປະ​ເທດ​ອິນ​​ເດຍບັນລຸ 437 ລ້ານ​ໂຕນ ​ແລະ​ຫວຽດນາມ​ບັນ​ລຸ 148 ລ້ານ​ໂຕນ​ປະຈຳ​ປີ.

ຂໍ້​ມູນ​ສະຖິຕິ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ຫວຽດນາມ​ມີ​ໂຮງງານ​ຊີມັງ 74 ​ແຫ່ງ, ທີ່​ຈິງ​ແລ້ວ, ​ໂຮງງານ​ດັ່ງກ່າວຍັງ​ບໍ່​ໄດ້​ດຳ​ເນີນ​ການ​ຜະລິດ​ຢ່າງ​ເຕັມ​ສ່ວນ ​ແຕ່​ຊີມັງ​ກໍມີ​ປະລິມານ​ຫຼາຍ ​ເຊິ່ງ​ເກີດສະພາບ​ການ​ການ​ສະໜອງ​ຫຼາຍ​ກວ່າ​ຄວາມ​ຕ້ອງການຂອງ​ຕະຫຼາດ​ໃນ​ຊຸ​ມປີຜ່ານມາ.

ປະລິມານ​ການ​ຜະລິດ​ຊີງ​ມັງ ​ແລະ​ຜູ້​ລົງທຶນຂະ​ແໜງ​ການນີ້​ຂອງ​ຫວຽດນາມ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ. ປະລິມານ​ການ​ຜະລິດ​ຊີມັງ​ຂອງ​ຫວຽດນາມ​ບັນລຸ 78 ລ້ານ​ໂຕນ​ໃນ​ປີ 2017, ສ່ວນ​ໃນ​ປີ 2018 ບັນລຸ​ເຖິງ 83 ລ້ານ​ໂຕນ​ ​ແລະ​ຄາດ​ວ່າ​ຈະ​ບັນລຸ 90 ລ້ານ​ໂຕນ​ໃນ​ປີ 2019.

ຄຳ​ເຫັນ

0