吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ປະ​ທະ​ກັນ​ຢູ່​ນະຄອນຫຼວງ​ເອ​​ເດນ​​ໃນປະ​ເທດ​ເຢ​ແມນ​ໄດ້​ເຮັດ​​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ແລະ​ຜູ້​ບາດ​ເຈັບ 300 ຄົນ

2019-08-12 16:56:53 cri

ວັນ​ທີ 11 ສິງຫາ​ນີ້, ທ່ານນາງລີ​ເຊ ​ແກຣນ​ເດີ ​ເຈົ້າ​ໜ້າ​ທີ່​ປະສານ​ງານ​ວຽກ​ງານມະນຸດ​ສະ​ທຳ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ເຢ​ແມນ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ: ນັບ​ແຕ່​ວັນ​ທີ 8 ສິງຫາ​ນີ້​ໄດ້​ເກີດ​ມີ​ການ​ປະ​ທະ​ກັນ​ຢູ່ນະຄອນ​ຫຼວງຊົ່ວຄາວ​​ເອ​ເດນ​ໃນປະ​ເທດ​ເຢ​ແມນຮ້າຍ​ແຮງ​ເພີ່ມ​ຂຶ້ນ​ເປັນ​ຕົ້ນ​ມາ, ​ໄດ້​ມີ​ຜູ້​ເສຍ​ຊີວິດ 40 ຄົນ ​ແລະ​ຜູ້​ບາດ​ເຈັບ 260 ຄົນ.

ທ່ານນາງ​​ແກຣນ​ເດີ​ຮຽກຮ້ອງ​​ໃຫ້ບັນດາຝ່າຍ​​ທີ່​ປະ​ທະ​ກັນຈົ່ງ​ປະຕິບັດ​ຕາມ​ກົດໝາຍ​ສາກົນ, ຮັກສາ​ຄວາມ​ປອດ​ໄພ​ໃຫ້​ປະຊາຊົນ​ເຢ​ແມນ. ອົງການມະນຸດສະທຳ​ຈະສືບ​ຕໍ່​ສະໜອງ​ການ​ຊ່ວຍ​ເຫຼື​ອ​ໃຫ້​ປະຊາຊົນ ​ແລະຈະ​ຈັດ​ສົ່ງ​ໜ່ວຍ​​ແພດ​ໄປ​ປິ່ນປົວກູ້​ຜູ້​ບາດ​​ເຈັບ.

​ໃນ​ມື້​ດຽວ​ກັນ, ຄະ​ນະ​ກຳມະການ​ເພື່ອ​ການ​ປ່ຽນ​ຜ່ານ​ທາງ​ພາກ​ໃຕ້ເຢ​ແມນ​ໄດ້​ອອກຖະ​ແຫຼ​ງການ​ວ່າ: ​ໄດ້​ຍຶດຄອງ​ນະຄອນຫຼວງ​ຊົ່ວຄາວ​ເອ​ເດນ ​ເຊິ່ງກວມ​ເອົາ​ທຳນຽບປະທານາທິບໍດີ, ສະໜາມ​ບິນ​ສາກົນ, ທະນາຄານ ກໍ​ຄື​ອົງການ​ລັດຖະບານ ​ແລະ​ພື້ນຖານ​​ໂຄ່ງ​ລ່າງຮັບ​​ໃຊ້​ພົນລະ​ເຮືອນທີ່​ສຳຄັນ, ​ແລະຈະ​ຕັ້ງ​ໜັ້ນຢູ່​ແຫ່ງ​ດັ່ງກ່າວ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ.

ຄຳ​ເຫັນ

0