李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ຈີນມອບ​ທຶນ​ການ​ສຶກ​ສາ​ໃຫ້​ກຳ​ປູ​ເຈຍ 185 ​ທຶນ

2019-08-13 10:36:44 cri

    ວັນ​ທີ 12 ສິງ​ຫານີ້, ສະ​ຖານ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ ໄດ້​ຈັດ​ພິ​ທີ​ມອບ​ທຶນ​ການ​ສຶກ​ສາຈາກ​ລັດ​ຖະ​ບານ​ຈີນ​ປີ 2019 ໃຫ້​ແກ່​ກຳ​ປູ​ເຈຍ. ທ່ານ ວາງ​ເວີນ​ທ່ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ, ທ່ານ ຢົກ​ງອຍ ເລ​ຂາ​ລັດ​ຖະ​ກິດ​ຂອງ​ກະ​ຊວງ​​ສຶກ​ສາ, ຊາວ​ໜຸ່ມ​ແລະ​ກິ​ລາ​ກຳ​ປູ​ເຈຍ ໄດ້​ເຂົ້​າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ ແລະ​ມອບ​ເອ​ກະ​ສານຢັ້ງ​ຢືນໃຫ້​ແກ່​ຜູ້​ຕາງ​ໜ້າ​ນັກ​ສຶກ​ສາ​ໃໝ່.

    ​ໃນ​ພິ​ທີ, ທ່ານ ວາງ​ເວີນ​ທ່ຽນ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ນັກ​ສຶກ​ສາ​ກຳ​ປູ​ເຈຍ​ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຈາກລັດ​ຖະ​ບານ​ຈີນ​ຈຳ​ນວນ 185 ຄົນ ໂດຍ​ກ່າວ​ວ່າ: ຫວັງ​ວ່າ​ບັນ​ດາ​ຜູ້​ໄດ້​ຮັບ​ທຶນ​ຈະ​ພະ​ຍາ​ຍາມ​ສຶກ​ສາຮຽນ​​ຮູ້​ຄວາມ​ສາ​ມາດ​ດ້ານ​ຕ່າງໆ ເພື່ອ​ແບກ​ຫາບ​ໜ້າ​ທີ່​ອັນ​ສຳ​ຄັນ​ແຫ່ງ​ການ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ອະ​ນາ​ຄົດ ແລະ​ກາຍ​ເປັນ​ຂົວ​ຕໍ່​​ລະ​ຫວ່າງຈີນ​ແລະ​ກຳ​ປູ​ເຈຍ​ໃນ​ການ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ສ້າງ​ມິດ​ຕະ​ພາບ.

    ທ່ານ ຢົກ​ງອຍ ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ກຳ​ປູ​ເຈຍ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຈີນ​ທີ່​​ໄດ້ຈັດ​ສັນ​ທຶນ​ການ​ສຶກ​ສາ​​ໃຫ້ແກ່​ນັກ​ສຶກ​ສາ​ກຳ​ປູ​ເຈຍຫຼາຍ​ປີ​ລຽນ​ຕິດ ແລະ​​ໄດ້​ຮຽກ​ຮ້ອງ​ໃຫ້ນັກ​ສຶກ​ສາ​ທີ່​ຈະ​ໄປ​ຮຽນ​ຢູ່​ຈີນນັ້ນ ຕ້ອງ​ມີ​ຄວາມ​ດຸ​ໝັ່ນ​ຂະ​ຫຍັນ​ພຽນ, ​ສ້າງໂອ​ກາດ​​ໃນໄລ​ຍະ​ໄວ​ໜຸ່ມ ແລະ​​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ​​ພັດ​ທະ​ນາ​ປະ​ເທດຊາດ​ກໍ​ຄື​ສ້າງ​ມິດ​ຕະ​ພາບ​ກຳ​ປູ​ເຈຍ-ຈີນ​ພາຍຫຼັງ​ກັບ​ຄືນ​ປະ​ເທດ.

ຄຳ​ເຫັນ

0