尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ສົ່ງ​ອອກ​ຊີ​ມັງ​ແລະຊີ​ມັງ​ເຄິ່ງ​ສຳ​ເລັດ​ຮູບຂອງ​ຫວຽດ​ນາມ​ຄາດ​ວ່າ​ຈະ​ບັນ​ລຸ​ເປົ້າ​ໝາຍ​ຕົ້ນ​ຕໍຂອງ​ປີ 2019

2019-08-13 11:06:52 cri

​ອົງ​ການ​ພາ​ສີ​ຫວຽດ​ນາມ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ 6 ເດືອນ​ຕົ້ນ​ປີ​ນີ້, ຫວຽດ​ນາມ​ໄດ້​ສົ່ງ​ອອກ​ຊີ​ມັງ​ແລະຊີ​ມັງ​ເຄິ່ງ​ສຳ​ເລັດ​ຮູບ 15,6 ລ້ານ​ໂຕນ ເຊິ່ງໄດ້​ສ້າງ​ລາຍ​ຮັບ 667 ລ້ານ​ໂດ​ລາ​ສະ​ຫະ​ລັດ, ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2018 ແລ້ວ,ປະ​ລິ​ມານ​ການ​ສົ່ງ​ອອກ​ໄດ້​ເພີ່ມ​ຂຶ້ນ 1,3% ແລະ​ມູນ​ຄ່າ​ການ​ສົ່ງ​ອອກ​ໄດ້​ເພີ່ມ​ຂຶ້ນ 18%.
 

ສະ​ມາ​ຄົມ​ຊີ​ມັງ​ຫວຽດ​ນາມ​ໄດ້​ໃຫ້​ຮູ້​ວ່າ: ການ​ທີ່​ໄດ້​ຮັບ​ຜົນ​ງານ​ດັ່​ງ​ກ່າວ​ແມ່ນ​ຍ້ອນ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫຼາດ​ສາ​ກົນ​ແລະ​ລາ​ຄາ​ຊີ​ມັງ​ທີ່​ສົ່ງ​ອອກ​ໄດ້​ເພີ່ມ​ຂຶ້ນ 15-17% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ການ​ປິດ​ໂຮງ​​ງານ​ຊີ​ມັງ​ທີ່​ສ້າງ​ມົນ​ລະ​ພິດ​ໜັກ​ໜ່ວງ​ທີ່​ສຸດ​​ໃນ​ຈີນ​ກໍ​ຄື​ນະ​ໂຍ​ບາຍ​ໂຮງງານຊີ​ມັງ​ຫຼາຍ​ແຫ່ງ​ໄດ້​ສ້າງ​ໂອ​ກາດ​ທີ່​ສຳ​ຄັນ​ແລະ​ໃຫຍ່​ຫຼວງ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ໃນ​ການ​ເພີ່ມ​ການ​ສົ່ງ​ອອກ.
 

ຕາມ​ການ​ຄາດ​ຄະ​ເນ,ຮອດ​ທ້າຍ​ປີ 2019,ຄວາມ​ຕ້ອງ​ການ​​ຊີ​ມັງ​​ຂອງ​ຫວຽດ​ນາມ​ອາດ​ຈະ​ເພີ່ມ​ຂຶ້ນ​ຮອດ 98-99 ລ້ານ​ໂຕນ​ເປັນ​ຈັງ​ຫວະເພີ່ມ​ຂຶ້ນ​ເລັກ​ໜ້ອຍ,ໃນ​ນັ້ນ​ລວມ​ທັງ​ປະ​ລິ​ມານ​ການ​ຈຳ​ໜ່າຍ​​ພາຍ​ໃນ​ຫວຽດ​ນາມ​ໃນ​ປະ​ລິ​ມານ 70 ລ້ານ​ໂຕນ​ແລະ​ການ​ສົ່ງ​ອອກໃນ​ປະ​ລິ​ມານ 28-29 ລ້ານ​ໂຕນ.

ຄຳ​ເຫັນ

0