吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານ​ອາ​ເມຣິກາ​ອອກ​ກົດ​ລະບຽບ​ໃໝ່​ເພື່ອ​ຈຳກັດ​ຊາວ​ຍ້າຍ​ຖິ່ນ​ຖານ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ

2019-08-13 17:24:49 cri

ວັນ​ທີ 12 ສິງຫາ​ນີ້, ລັດຖະບານ​ອາ​ເມຣິກາ​ໄດ້​ອອກ​ກົດ​ລະ​ບຽບ​ໃໝ່​ເພື່ອ​ຈຳກັດ​ຊາວ​ຍ້າຍ​ຖິ່ນ​ຖານ​ທີ່​ຖືກ​ຕ້ອງຕາ​ມກົດໝາຍ ​ເຊິ່ງ​ໄດ້​ຍົກ​ສູງ​ເງື່ນ​ໄຂ​ທາງ​ດ້ານ​ເສດຖະກິດ​ທີ່ຢູ່​ອາ​ເມຣິກາ​ໃນ​ໄລຍະ​ຍາວ. ກົດລະ​ບຽບດັ່ງກ່າວ​ໄດ້​ລະບຸ​ໄວ້​ວ່າ: ຖ້າ​ລາຍ​ຮັບ​ຂອງ​ຊາວ​ຕ່າງປະ​ເທດ​ທີ່​ຮ້ອງ​ຂໍ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ອາ​ເມຣິກາ​ບໍ່​ໄດ້​ຕາມ​ມາດຕະຖານ​ທີ່​ກຳນົດ ຫຼື ຮັບ​ສະຫວັດດີ​ການ​ສາທາລະນະ​ຢູ່​ອາ​ເມຣິກາ​ຫຼາຍ​ກວ່າ 1 ປີ​ໃນ​ຂອບ​ເຂດ​ເວລາ 3 ປີ​ໃດ​ໜຶ່ງ​ຈະ​ຖື​ວ່າ​ເປັນ “ພາລະ​ແບກ​ຫາບ​ດ້ານ​ສາທາລະນະ”. ຊາວ​ຕ່າງປະ​ເທດ​ທີ່​ອາດ​ເປັນ “ພາລະ​ແບກ​ຫາບ​ດ້ານ​ສາທາລະນະ” ຈະ​ຖືກ​ຫ້າມ​ເຂົ້າ​ອາ​ເມຣິກາ ຫຼື ຖືກ​ປັບປຸງ​ຖານະ​ຊາວ​ຍ້າຍ​ຖິ່ນ​ຖານ.

ກົດ​ລະບຽບ​ດັ່ງກ່າວ​ພາ​ໃຫ້​ເກີດ​ຫາງ​ສຽງ​ວິພາກ​ວິຈານ​ໃນ​ສັງຄົມ. ນັກວິ​ເຄາະ​ບາງ​ຄົນ​ເຫັນ​ວ່າ: ກົດ​ລະບຽບ​ໃໝ່​ຕົ້ນຕໍ​ແມ່ນ​ແນ​ໃສ່​ຊາວ​ຍ້າຍ​ຖິ່ນ​ຖານ​ທີ່​ມີ​ລາຍ​ໄດ້​ຕ່ຳ, ​ຖ້າ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດຈະ​ເຮັດ​ໃຫ້​ຈຳນວນ​ຊາວ​ຍ້າຍ​ຖິ່ນ​ຖານ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຢູ່​ອາ​ເມຣິກາ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ, ​ເຮັດ​ໃຫ້​ຊາວ​ຍ້າຍ​ຖິ່ນ​ຖານ​ຢູ່​ອາ​ເມຣິກາ​ທີ່​ມີ​ລາຍ​ໄດ້​ຕ່ຳ​​ເຖິງ​ຈະ​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ແຕ່​ກໍ​ບໍ່​ກ້າ​ຮ້ອງ​ຂໍ​ສະຫວັດ​ດີກາ​ນ ​ເຊິ່ງຈະ​ເພີ່ມ​ຄວາມ​ສ່ຽງ​ດ້ານ​ສຸຂະພາບ, ການ​ສຶກສາ ​ແລະ​ອື່ນໆ​​ແກ່​ເຂົາ​ເຈົ້າ.

ຄຳ​ເຫັນ

0