吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານ​ສ.​ເກົາຫຼີ​ຕັດສິນ​ໃຈ​ຖອນ​ຍີ່ປຸ່ນ​ອອກຈາກ “ບັນຊີຂາວ” ດ້ານ​ການ​ຄ້າ

2019-08-13 17:22:59 cri

ວັນ​ທີ 12 ສິງຫາ​ນີ້, ລັດຖະບານ​ສ.​ເກົາຫຼີ​ໄດ້​​ເປີດ​ເຜີຍ​ຮ່າງ​ກົດໝາຍ​ກ່ຽວ​ກັບການ​ສົ່ງ​ອອກ​ນຳ​ເຂົ້າ​ຜະລິດ​ຕະພັນ​ທາງຍຸດ​ທະ​ສາດ​ແກ ​ເຊິ່ງ​ໄດ້ຕັດ​ສິນ​​ໃຈ​ຖອນ​ຍີ່​ປຸ່ນອອກຈາກ “ບັນຊີ​​ຂາວ” ດ້ານ​ການ​ຄ້າ.

ກະຊວງ​ຊັບອຸດສາຫະກຳ​ການ​ຄ້າ ​ແລະ​ຊັບພະຍາກອນ​ສ.​ເກົາຫຼີ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ: ພາຍຫຼັງ​ຍີ່ປຸ່ນ​ຖືກຖອນ​ອອກ​ຈາກ “ບັນຊີ​ຂາວ” ​ແລ້ວ, ຖ້າ​ວິ​ສາ​ຫະກິດສ.​ເກົາຫຼີມີ​ແຜນການທີ່​ຈະ​ສົ່ງ​ອອກ​ຜະລິດ​ຕະພັນທາງ​ຍຸດ​ທະ​ສາດ​ໃຫ້​ແກ່ຍີ່ປຸ່ນ​ຕ້ອງ​​ປະກອບເອກະສານຈຳນວນ​ຫຼາຍ ​ແລະ​ໃຊ້ເວລາຫາຍ​ໃນ​ການ​ພິຈາລະນາ ​ແລະ​ອະນຸມັດ​ແຕ່​ຍົກ​ເວັ້ນ​ໃນ​ບາງ​ກໍລະນີ​ພິ​ເສດ.

ຂໍ້ກຳນົດ​ໃໝ່​ດັ່ງກ່າວ​ຈະຕ້ອງ​ຜ່ານ​ການ​ລົງ​ປະຊາ​ມະຕິ ​ແລະ​ຮັບ​ການ​ຄົ້ນຄວ້າ​ພິຈາລະນາ​ເປັນ​ເວລາ 20 ວັນ ​ແລະ​ຈະ​ຈັດ​ຕັ້ງ​ປະຕິບັດ​ນັບ​ແຕ່​ກາງ​ເດືອນ​ກັນຍາ​ໜ້ານີ້. ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ສ.​ເກົາຫຼີ​ກ່າວ​ວ່າ: ຖ້າ​ຍີ່ປຸ່ນ​ສະ​ເໜີຂໍ້​ຮຽກຮ້ອງ​​ໃນ​ໄລຍະ​ດຳ​ເນີນ​ການ​ລົງ​ປະຊາ​ມະຕິ, ລັດຖະບານ​ສ.​ເກົາຫຼີ​ຍິນດີ​ດຳ​ເນີນ​ການ​ປຶກສາ​ຫາລືກັບ​ຍີ່ປຸ່ນ​ໃນທຸກ​ເວລາ ​ແລະທຸກ​ສະຖານ​ທີ່.

ຄຳ​ເຫັນ

0