吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ບັນຊາ​ການ​ກອງທັບ​ເຮືອ​ຂອງກອງກຳລັງ​ປ້ອງ​ກັນ​ການປະຕິວັດອິດສະ​ລາມອີຣານກ່າວ​ເຕືອນ​ອິດສະ​ຣາ​ແອນ​ຢ່າ​ເຂົ້າ​ມາອ່າວ​ເປີ​ເຊຍ​ຈະ​ພາ​ໃຫ້​ເກີດ​ສົງຄາມ

2019-08-13 17:24:10 cri

ວັນ​ທີ 12 ສິ​ງຫາ​ນີ້, ສະຖານີ​ໂທລະພາບ​ຂ່າວສານ​ອີຣານ​ໄດ້​ລາຍ​ງານ​ວ່າ: ທ່ານ​ອາ​ລິເຣຊາ ຕັງ​ຊີຣີ ຜູ້​ບັນຊາ​ການ​ກອງທັບ​ເຮືອ​ຂອງ​ກອງ​ກຳລັງ​ປ້ອງ​ກັນການ​ປະຕິວັດອິສະລາມ​ອີຣານ​ໄດ້​ກ່າວ​ເຕືອນ​​ໃນ​ວັນ​ທີ 11 ສິງຫາ​ນີ້ວ່າ: ຖ້າ​ອິດສະ​ຣາ​ແອ໋ນ​​ເຂົ້າ​ຮ່ວມກັບ “ພັນທະ​ມິດ​ຄຸ້ມ​ກັນ​ການ​ເດີນ​ເຮືອ” ​ແລະ​ເຂົ້າມາ​ເຂດ​ອ່າວ​ເປີ​ເຊຍ​ອາດ​ຈະພາ​ໃຫ້​ເກີດ​ສົງຄາມ.

ທ່ານ​ຕັງ​ຊີຣີ​ໄດ້​ໃຫ້​ສຳພາດ​ຕໍ່​ສະຖານີ​ໂທລະພາບ AI Mayadee ລີ​ບັງ​ວ່າ: ​ການ​ມີໜ້າ​ຂອງ​ອິດສະຣາ​ແອນ​ຢູ່​ອ່າວ​ເປີ​ເຊຍ​ໃນ​ຮູບ​ການ​ໃດ​ໆ​ກໍ​ຕາມ​ລ້ວນ​ແຕ່​ຜິດ​ກົດໝາຍ, ອາດ​ຈະພາ​ໃຫ້​ເກີດການ​ປະ​ທະ​ກັນ ​ແລະ​ສົງຄາມ​ໃນ​ພາກ​ພື້ນ​ນີ້, ​ອາ​ເມຣິກາ ​ແລະ​ອັງກິດ​ຕ້ອງ​ຮັບຜິດຊອບຕໍ່​ຜົນ​ຮ້າຍ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ທັງ​ໝົດ.

​ເມື່ອ​ບໍ່​ດົນ​ມາ​ນີ້, ອາ​ເມຣິກາ​ໄດ້​ເກ້ຍກ່ອມ​ປະ​ເທດ​​ພັນທະ​ມິດ​ໃຫ້​ເຂົ້າຮ່ວມ “ພັນທະ​ມິດ​ຄຸ້ມ​ກັນ​ການ​ເດີນ​ເຮືອ” ​ເພື່ອ​ຮັກສາ​ຄວາມ​ປອດ​ໄພ​​ໃນການ​​ເດີນ​ເຮືອ​ຢູ່​ເຂດ​ອ່າວ​ເປີ​​ເຊຍ. ທ່ານ​ຢີສະຣາ​ເອວ ກັດສ ລັດຖະມົນຕີ​ກະຊວງ​ການ​ຕ່າງະ​ເທດ​ອິດສະ​ຣາ​ແອນກ່າວ​​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ອິດສະ​ຣາ​ແອ໋ນຈະ​ເຂົ້າ​ຮ່ວມ “ພັນທະ​ມິດ​ຄຸ້ມ​ກັນ​ການ​ເດີນ​ເຮືອ” ທີ່ອາ​ເມຣິກາ​ລິ​ເລີ່​ມສ້າງ​ຂຶ້ນ​ຢູ່​ອ່າວ​ເປີ​ເຊຍ.

ຄຳ​ເຫັນ

0