蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ປ ເກົາຫຼີ​ສະ​ໜັບ​ສະ​ໜູນ​ຢ່າງ​ສຸດ​ຂີດ​ຕໍ່ຫຼັກ​ໝັ້ນ​ແລະ​ມາດ​ຕະ​ການ​ຂ​ອງ​ຈີນ​ໃນ​ບັນ​ຫາ​ຮົງ​ກົງ

2019-08-13 16:52:02 CRI

ຂ່າວ​ສານ​ສູນ​ກາງ​ເກົາຫຼີ​ລາຍ​ງານ​ໃນ​ວັນ​ທີ 11 ສິງ​ຫາ​ນີ້​ວ່າ, ມື້​ດຽວ​ກັນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາຫຼີ​​ໄດ້ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂ່າວ​ສານ​ສູນ​ກາງ​ເກົາຫຼີ ໂດຍ​ກ່າວ​ວ່າ, ສ​ປ​ປ ເກົາຫຼີ​ສະ​ໜັບ​ສະ​ໜູນຢ່າງ​ສຸດ​ຂີດ​ຕໍ່ຫຼັກ​ໝັ້ນ​ແລະ​ມາດ​ຕະ​ການ​ຂ​ອງ​ຈີນ​ໃນ​ບັນ​ຫາ​ຮົງ​ກົງ​.

ໂຄ​ສົກ​ທີ່​ບໍ່​​ເປີດ​ເຜີຍ​ຊື່​ທ່ານ​ນີ້​ກ່າວ​ວ່າ, ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ອິດ​ທິ​ກຳ​ລັງ​ພາຍນອກ​ມີ​ເຈດ​ຕະ​ນາ​ແຊກ​ແຊງວຽກ​ງານ​ຮົງ​ກົງ ເຊິ່ງ​ເປັນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ແລະ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ສັງ​ຄົມ​ຮົງ​ກົງ, ທຳ​ລາຍ​ຜົນ​ປະ​ໂຫຍດ​ດ້ານ​ຊີ​ວິດ​ແລະ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ​ຮົງ​ກົງ, ສ​ປ​ປ ເກົາຫຼີ​ໄດ້​ເອົາ​ໃຈ​ໃສ່​ ແລະ ຄັດ​ຄ້ານ​ຕໍ່​ເລື່ອງ​ນີ້.

ໂຄ​ສົກ​ທ່ານ​ນີ້​ກ່າວ​ຕື່ມ​ວ່າ, ຫຼັກ​ການ​ແລະຫຼັກ​ໝັ້ນ​ຂອງ ສ​ປ​ປ ເກົາຫຼີ​ຄື, ຮົງ​ກົງ​ແມ່ນ​​ດິນ​ແດນຂອງ​ຈີນ, ບໍ່​ອະ​ນຸ​ຍາດ​ໃຫ້​ປະ​ເທດ​ໃດໆ, ອົງ​ການ​ຈັດ​ຕັ້ງ​ໃດໆ ຫຼື ບຸກ​ຄົນ​ໃດໆ​ມີ​ເຈດ​ຕະ​ນາ​ທຳ​ລາຍ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ ແລະ ນະ​ໂຍ​ບາຍ “ປະ​ເທດ​ດຽວ​ສອງ​ລະ​ບອບ” ຂອງ​ຈີນ. ສ​ປ​ປ ເກົາຫຼີ​ສະ​ໜັບ​ສະ​ໜູນຫຼັກ​ໝັ້ນ​ແລະ​ມາດ​ຕະ​ການ​ຂ​ອງພັກ​ແລະ​ລັດ​ຖະ​ບານ​ຈີນ​ໃນ​ການ​ປົກ​ປ້ອງ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ.

ຄຳ​ເຫັນ

0