莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ຮູບ​ເງົາ​ແລະ​ລະ​ຄອນໂທ​ລະ​ພາບ​ຈີນ-ບ​ຣາ​ຊິນ​ຄັ້ງ​ທຳ​ອິດ​ຈັດ​​ຂຶ້ນ​ຢູ່ລີ​ໂອ

2019-08-13 15:12:11 cri

ຕາມ​ຂ່າວCRI: ວັນ​ທີ 12 ສິງ​ຫາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ງານ​ວາງ​ສະ​ແດງ​ຮູບ​ເງົາ​ແລະ​​ລະ​ຄອນໂທ​ລະ​ພາບ​ຈີນ-ບ​ຣາ​ຊິນ​ຄັ້ງ​ທຳ​ອິດ​ທີ່ຈັດ​ຮ່ວມ​ກັນ​ໂດຍ​ກົງ​ສຸນ​ໃຫຍ່​ຂອງ​ຈີນ​ປະ​ຈຳ​ລີ​ໂອ​​ເດີ​ຈາ​ນີ​ໂລ ແລະ​ອົງ​ການ​ປົກ​ຄອງ​ລັດ​ລີ​ໂອ​​ເດີ​ຈາ​ນີ​ໂລ​ນັ້ນ ໄດ້​​ຈັດ​ຂຶ້ນຢູ່ລີ​ໂອ, ງານ​ວາງ​ສະ​ແດງ​ຮູບ​ເງົາ​ແລະ​​ລະ​ຄອນໂທ​ລະ​ພາບ​ຄັ້ງ​ນີ້​ຈະ​ສາຍ​ຮູບ​ເງົາ​ແລະ​​ລະ​ຄອນ​ໂທ​ລະ​ພາບ​ທີ່​ດີ​ເດັ່ນ​​ໃນຫຼາຍ​ປີ​ມໍ່ໆ​ມານີ້​ຂອງ​ຈີນ-ບ​ຣາ​ຊິນ​ຈຳ​ນວນ​ໜຶ່ງ​ໃຫ້​ຜູ້​ຊົມ​ໄດ້​ຮັບ​ຊົມ.

ທ່ານ​ລີ​ຢາງ, ກົງ​ສຸນ​ໃຫຍ່​ຂອງ​ຈີນ​ປະ​ຈຳ​​ລີ​ໂອ​​ເດີ​ຈາ​ນີ​ໂລ​ກ່າວ​ຄຳ​ປາ​ໃສວ່າ, ປີນີ້​ແມ່ນ​​ປີ​ທີ່ຈີນ-​ບ​ຣາ​ຊິນ​ສ້າງ​​ຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຄົບ​ຮອບ 45 ປີ, ເຊື່ອ​ວ່າ​ຮູບ​ເງົາ​ແລະລະ​ຄອນ​​ໂທ​ລະ​ພາບ​ຈີນ-ບ​ຣາ​ຊິນ​ທີ່​​ເລືອກ​​ເຟັ້ນ​ມາ​ສາຍ​ໃນ​ງານ​ຄັ້ງ​ນີ້​ຈະ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ແລະ​ສ້າງ​ພື້ນ​ຖານ​​ໃຫ້ປະ​ຊາ​ຊົນ​​ໄດ້​ດີ​​ໃນ​ການ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ບົນ​ຈິດ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ.

ງານ​ວາງ​ສະ​ແດງ​ຮູບ​ເງົາ​ແລະລະ​ຄອນ​ໂທ​ລະ​ພາບ​ຈີນ-ບ​ຣາຊິ​ນ​ຄັ້ງ​ນີ້​ຈະ​ສາຍ​​ຮູບ​ເງົາ​ແລະລະ​ຄອນ​ໂທ​ລະ​ພາບ​ໃນ​ລັດ​​ລີ​ໂອ​​ເດີ​ຈາ​ນີ​ໂລ​ແລະ​ລັດ​ມິ​ນັ​ສ​ກີ​ລັ​ສ, ແລະ​ຈະ​​ດຳ​ເນີນ​ໄປ​ຈົນຮອດ​ວັນ​ທີ 11 ກັນ​ຍາ​ໜ້ານີ້.

ຄຳ​ເຫັນ

0