蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄລ​ຍະ​ທາງດ່ວນ ແລະ ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈີນ​ເປັນ​ອັນ​ດັບ 1 ຂອງ​ໂລກ

2019-08-14 16:02:39 CRI

ວັນ​ທີ 13 ສິງ​ຫາ​ນີ້, ​ອົງ​ການສະ​ຖິ​ຕິ​ແຫ່​ງ​ຊາດ​ຈີນ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ຜົນ​ສຳ​ເລັດ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​​ໃນ​ໄລ​ຍະ​ການ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 70 ປີ.

ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດ​ທ້າຍ​ປີ 2018, ໄ​ລ​ຍະ​ທາງ​ຂອງ​ທາງ​ລົ​ດ​ໄຟ​ໃນ​ທົ່ວ​ປະ​ເທດ​ຈີນ​ມີ​ເຖິງ 132.000 ກິ​ໂລ​ແມັດ, ເພີ່ມ​ຂຶ້ນ 5 ເທົ່າ​ເມື່ອ​ທຽບ​ໃສ່ປີ 1949; ໄລ​ຍະ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ມີ​ເຖິງ 30.000 ກິ​ໂລ​ແມັດ, ເພີ່ມ​ຂຶ້ນ 44,5 ເທົ່າ​​ເມື່ອ​ທຽບ​ໃສ່ປີ 2008. ​ໄລ​ຍະ​ທາງ​ຂອງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈີນ​ກວມ 2 ສ່ວນ 3 ຂອງ​ໄລ​ຍະ​ທາງ​ທັງ​ໝົດ​ຂອງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ໂລກ ແລະ ເປັນ​ອັນ​ດັບ 1 ຂອງ​ໂລກ. ມາ​ຮອດທ້າຍ​ປີ 2018, ໄລ​ຍະ​ທາງ​ຂອງ​ທາງຫຼວງ​ຈີນ​ມີ​ເຖິງ 4.850.000 ກິ​ໂລ​ແມັດ, ເພີ່ມ​ຂຶ້ນ 60 ເທົ່າ​ເມື່ອ​ທຽບ​ໃສ່ປີ 1949; ໄລ​ຍະ​ທາງ​ຂອງ​ທາງ​ດ່ວນ​​ມີ​ເຖິງ 143.000 ກິ​ໂລ​ແມັດ, ເປັນ​ອັນ​ດັບ 1 ຂອງ​ໂລກ.

​ໃນ​ໄລ​ຍະ 70 ປີ​ມາ​ນີ້, ຈີນ​ໄດ້​ເລັ່ງ​ລັດ​ການ​ສ້າງ​ຕາ​ໜ່າງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ຄົມ​ມະ​ນາ​ຄົມ ແລະ ສາ​ມາດ​ຮັບ​ປະ​ກັນ​​ເຮັດ​ໃຫ້ການ​ຂົນ​ສົ່ງ​​ໂດຍລວມ​ຂອງ​ຈີນ​​ຖືກ​ຍົກ​ສູງ​ຂຶ້ນ​ຢ່າງຫຼວງຫຼາຍ.

ຄຳ​ເຫັນ

0