吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

7 ​ເດືອນ​ທຳ​ອິດ​ປີ​ນີ້, ການ​ລົງທຶນ​ຂອງຕ່າງປະ​ເທດ​ໃນ​ຈີນ​ບັນລຸ​ຫຼາຍ​ກວ່າ 53 ຕື້​ຢວນ​

2019-08-14 15:59:49 cri

ວັນ​ທີ 13 ສິງຫາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເປີດ​ເຜີຍຂໍ້​ມູນ​ສະຖິຕິ​ໃຫ້​ຮູ້​​ວ່າ: ​ໃນ​ 7 ​ເດືອນທຳ​ອິດ​ປີນີ້, ມີ​ວິ​ສາ​ຫະກິດລົງທຶນ​ຂອງຕ່າງປະ​ເທດຈົດ​ທະບຽນ​ໃໝ່​ຢູ່​ຈີນຫຼາຍ​ກວ່າ 24000 ​ແຫ່ງ, ມີ​ມູນ​ຄ່າ​ການ​ລົງທຶນ​ຫຼາຍ​ກວ່າ 53 ຕື້​ຢວນ, ​ເພີ່ມ​ຂຶ້ນ 7,3% ​ເມື່ອ​ທຽບ​​ໃສ່​​ໄລຍະດຽວ​ກັນ​ຂອງ​ປີ 2018. ​ສະຖິຕິຄິດ​ໄລ່​ເປັນ​​ເງິນ​ໂດ​ລາ​ສະຫະລັດ ມູນ​ຄ່າ​ການ​ລົງທຶນ​ຂອງຕ່າງປະ​ເທດບັນລຸ 78,8 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 3,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2018.

​ໂຄງ​ປະກອບການ​ດຶງດູດ​ການ​ລົງທຶນ​ຂອງຕ່າງປະ​ເທດ​ຂອງ​ຈີນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໂດຍ​ອຸດສາຫະກຳ​ການ​ຜະລິດ ​ແລະ​ການ​ບໍລິການ​ທີ່​ມີເຕັກນິກ​ຂັ້ນ​ສູງ​ໄດ້​ຮັກສາ​ໃນ​ຈັງຫວະ​ການ​ເຕີບ​ໂຕ​ເປັນ​ຢ່າງ​ສູງ. ​ໃນ​ 7 ​ເດືອນຕົ້ນ​ປີ​ນີ້, ​ມູນ​ຄ່າ​ການ​ລົງທຶນຂອງ​ຕ່າງ​ປະ​ເທດຢູ່​ຈີນ​ໃນ​ອຸດສາຫະກຳ​ເຕັກນິກ​ຂັ້ນ​ສູງໄດ້​ເພີ່ມ​ຂຶ້ນ 43,1%, ​ໃນ​ນັ້ນ, ມູນ​ຄ່າ​ການ​ລົງທຶນຂອງ​ຕ່າງປະ​ເທດ​ໃນອຸດສາຫະກຳ​ການຜະລິດ​ເຕັກນິກຂັ້ນ​ສູງ​ເພີ່ມ​ຂຶ້ນ 19% ​ແລະອຸດສາຫະກຳ​ການ​ບໍລິການ​ເຕັກນິກຂັ້ນ​ສູງ​ເພີ່ມ​ຂຶ້ນ 63,2%.

ຜູ້ຊ່ຽວຊານ​ເຫັນ​ວ່າ: ​ໃນ​ອະນາຄົດ, ຕາມ​ການ​ຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ທີ່​ສຳຄັນຕ່າງໆ​ໃນ​ການ​​ເປີດ​ກວ້າງການ​ເປີດ​ປະຕູ​ສູ່​ພາຍ​ນອກ, ຈີນ​ຍັງ​ຈະ​ສາມາດ​ຮັກສາ​ທ່າ​ອ່ຽງການ​ດຶງ​ດູດ​ການ​ລົງທຶນ​ຂອງຕ່າງປະ​ເທດ​ໄດ້​ດີ ​ແລະ​ໝັ້ນ​ທ່ຽງ.

ຄຳ​ເຫັນ

0