李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຫະ​ພາບ​ເອີ​ຣົບ​ເລີ່ມ​ເກັບ​ພາ​ສີຕໍ່ການ​ອຸດ​ໜູນ​ນ້ຳ​ມັນ​ກາ​ຊວນ​ຊີ​ວະ​ພາບ​ຂອງ​ອິນ​ໂດ​ເນ​ເຊຍ​ເປັນ​ການ​ຊົ່ວ​ຄາວ

2019-08-14 14:27:45 cri

    ວັນ​ທີ 13 ສິງ​ຫານີ້, ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ປະ​ກາດ​ວ່າ: ເລີ່ມ​ແຕ່ມື້​ປະ​ກາດ​ເປັນ​ຕົ້ນ​ໄປ ຈະ​ເກັບ​ພາ​ສີ​ຕ້ານ​ການ​ເກື້ອ​ກູນ​ ຕໍ່​​ການ​ອຸດ​ໜູນນ້ຳ​ມັນ​ກາ​ຊວນ​ຊີ​ວະ​ພາບ​ຂອງ​ອິນ​ໂດ​ເນ​ເຊຍ​ເປັນ​ການຊົ່ວ​ຄາວ​ໃນ​ລະ​ດັບ 8-18%.

    ມື້​ດຽວ​ກັນ, ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ອອກ​ແຈ້ງ​ການ​ວ່າ: ຫຼັງ​ຈາກ​ສຳຫຼວດ​ຢ່າງ​ເລິກ​ເຊິ່ງ, ສະ​ຫະ​ພາບ​ເອີ​ຣົບ​ເຫັນ​ວ່າ ນັກ​ທຸ​ລະ​ກິດ​ທີ່​ຜະ​ລິດ​ນ້ຳ​ມັນ​ກາ​ຊວນ​ຊີ​ວະ​ພາບ​ຂອງ​ອິນ​ໂດ​ເນ​ເຊຍ ໄດ້​ຮັບ​ເງິນ​ອຸດ​ໜູນ​ແລະ​ໄດ້​ຮັບ​ບູ​ລິ​ມະ​ສິດ​ດ້ານ​ພາ​ສີ​ອາ​ກອນ​ຈາກ​ລັດ​ຖະ​ບານ​, ລາ​ຄາ​ຈັດ​ຊື້​ວັດ​ຖຸ​ດິບ ຕ່ຳ​ກວ່າ​ລາ​ຄາ​ໃນ​ຕະຫຼາດ, ​ເຊິ່ງ​ເປັນ​ການທຳ​ລາຍ​ການ​ແຂ່ງ​ຂັນ​ຢ່າງ​ຍຸ​ຕິ​ທຳ​ໃນ​ຕະຫຼາດ ແລະ​ໄດ້​ສ້າງ​ຜົນ​ເສຍ​ຫາຍ​ທາງ​ເສດ​ຖ​ະ​ກິດ​ຕໍ່​ນັກ​ທຸ​ລະ​ກິດ​ທີ່​ຜະ​ລິດ​ນ້ຳ​ມັນ​ກາ​ຊວນ​ຊີ​ວະ​ພາບ​ຂອງ​ສະ​ຫະ​ພາບ​ເອີ​ຣົບ.

    ອິນ​ໂດ​ເນ​ເຊຍ ເປັນ​ປະ​ເທດ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ໂລກໃນ​ການ​ຜະ​ລິດ​ນ້ຳ​ມັນ​ປາມ (ສາ​ມາດ​ນຳ​ໃຊ້​​ເຂົ້າໃນ​ການ​ຜະ​ລິດ​ນ້ຳ​ມັນ​ກາ​ຊວນ​ຊີ​ວະ​ພາບ), ແລະ​ມີ​ຄວາມ​ຂັດ​ແຍ້ງ​ກັນ​ເລື້ອຍໆ​ກັບ​ສະ​ຫະ​ພາບ​ເອີ​ຣົບ​ກ່ຽວ​ກັບ​ນ້ຳ​ມັນ​ກາ​ຊວນ​ຊີ​ວະ​ພາບ. ປີ 2013, ສະ​ຫະ​ພາບ​ເອີ​ຣົບ​ໄດ້​ເກັບ​ພາ​ສີ​​ຕໍ່​ການ​ຂາຍ​ທຸ້ມ​ຕະຫຼາດ​ຂອງ​ນ້ຳ​ມັນ​ກາ​ຊວນ​ຊີ​ວະ​ພາບ​ຂອງ​ອິນ​ໂດ​ເນ​ເຊຍ​ທີ່​ສົ່ງ​ໄປ​ຂາຍ​ຢູ່​ເອີ​ຣົບ, ເຮັດ​ໃຫ້​ຈຳ​ນວນ​ນ້ຳ​ມັນ​ກາ​ຊວນ​ຊີ​ວະ​ພາບ​ຂອງ​ອິນ​ໂດ​ເນ​ເຊຍ​ທີ່​ສົ່ງ​ອອກ​ຂາຍ​ຢູ່​ເອີ​ຣົບ​ນັ້ນຫຼຸດ​ໜ້ອຍ​ລົງ​ຢ່າງຫຼວງຫຼາຍ ໂດຍ​ມູນ​ຄ່າ​ສົ່ງ​ອອກ​ໃນ​ປີ 2015 ກໍ​ໄດ້​ຕົກ​ຕ່ຳ​ເຖິງ​ປະ​ມານ 60 ລ້ານ​ເອີ​ໂຣໃນ​ຊົ່ວ​ໄລ​ຍະ​ໜຶ່ງ.

ຄຳ​ເຫັນ

0