尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອຳ​ນາດ​ການ​ປົກ​ຄອງເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະ​ທຳ​ໃຊ້​ກຳ​ລັງ​ຮຸນ​ແຮງ​ຂອງ​ຜູ້​ປະ​ທ້ວງ​ຢູ່​ສະ​ໜາມ​ບິນ

2019-08-14 11:17:31 cri

ຕາມ​ຂ່າວCRI: ຕອນ​ເຊົ້າວັນ​ທີ 14 ສິງ​ຫາ​ນີ້, ໂຄ​ສົກອຳ​ນາດ​ການ​ປົກ​ຄອງເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໄດ້​ກ່າ​ວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະ​ທຳ​ໃຊ້​ກຳ​ລັງ​​ຮຸນ​ແຮງ​ຂອງ​ຜູ້​ປະ​ທ້ວງ​ຢູ່​ສະ​ໜາມ​ບິນ​ສາ​ກົນ​ຮົງ​ກົງ​ທີ່​ເກີດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 13 ສິງ​ຫາ​ນີ້.
 

ໂຄ​ສົກ​ທ່ານ​ນີ້​ກ່າວ​ວ່າ: ແຕ່​ຕອນ​ບ່າ​ຍ​ວັນ​ທີ 13 ສິງ​ຫາ​ນີ້​ເປັນ​ຕົ້ນ​ມາ,​ມີ​ຜູ້​ປະ​ທ້ວງ​ຈຳ​ນວນ​ຫຼາຍ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສະ​ໜາມ​ບິນ,ເຮັດ​ໃຫ້​ສະ​ໜາມ​ບິນ​ບໍ່​ສາ​ມາດ​ດຳ​ເນີນ​ງານ​ຢ່າງ​ເປັນ​ປົ​ກກະ​ຕິໄດ້,​ເຊິ່ງ​ໄດ້ກະ​ທົບ​ຕໍ່​ນັກ​ທ່ອງ​ທ່ຽວ​ເຂົ້າ​ອອກ​ເມືອງ​ຢ່າງ​ໜັກ​ໜ່ວງ. ຮອດ​ຕອນ​ຄ່ຳ​ມື້​ດຽວ​ກັນ,ມີ​ກຸ່ມ​ຫົວ​ຮຸນ​ແຮງ​​ໄດ້​ປິດ​ລ້ອມ​ແລະ​ທຳຮ້າຍ​ນັກ​ທ່ອງ​ທ່ຽວ​ຜູ້​ໜຶ່ງ​ແລະ​ນັກ​ຂ່າວ​ຜູ້​ໜຶ່ງ,ພ້ອມ​ທັງ​ໄດ້​ສະ​ກັດ​ກັ້ນ​ບໍ່​ໃຫ້​ພະ​ນັກ​ງານ​ການ​ແພດ​ສົ່ງ​ນັກ​ທ່ອງ​ທ່ຽວ​ຜູ້​ນີ້​ໄປ​​ປິ່ນ​ປົວ​ຢູ່ໂຮງ​ໝໍ. ໃນ​ຂະ​ນະ​ທີ່​ຕຳ​ຫຼວດ​ເຂົ້າ​ລະ​ງັບ​ເຫ​ດ​ການ,ກຸ່ມຫົວ​ຮຸນ​ແຮງ​ຫຼາຍ​ຄົນ​​ແຮ່ງ​ເຂົ້າໂຈມ​ຕີ​ຕຳ​ຫຼວດ​​ອີກ.
 

ໂຄ​ສົກ​ທ່ານ​ນີ້​ກ່າວ​ຕື່ມ​ວ່າ: ການ​ກະ​ທຳ​ໃຊ້​ກຳ​ລັງ​​ຮຸນ​ແຮງ​ເຫຼົ່າ​ນີ້​ໄດ້​ເກີນຂີດ​ຈຳ​ກັດ​ຂອງ​ສັງ​ຄົມ​ທີ່​ມີ​ອາ​ລະ​ຍະ​ທຳ​ນັ້ນ​ຢ່າງ​ຫຼວງ​ຫຼາຍ,ອຳ​ນາດ​ການ​ປົກ​ຄອງ​ເຂດ​ພິ​ເສດ​ຮົງ​ກົງ​ໄດ້​ກ່າວ​ປະ​ນາມ​ຢ່າ​ງ​ຮຸນ​ແຮງ. ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​​ ຈະ​ສືບ​ສວນ​ຫາ​ຜູ້​ກະ​ທຳ​ຜິດ​ຢ່າງ​ເຖິງ​ຖອງ,ເພື່ອ​ລົງ​ໂທດ​ຜູ້​ກ່ຽວ​ຕາມ​ກົດ​ໝາຍ.

ຄຳ​ເຫັນ

0