尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫົວ​ໜ້າການ​ເຈ​ລະ​ຈາ​ລະ​ດັບ​ສູງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ສົນ​ທະ​ນາ​ກັນ​ຜ່ານ​ທາງ​ໂທ​ລະ​ສັບ

2019-08-14 10:42:02 cri

ຕອນ​ຄ່ຳ​ວັນ​ທີ 13 ສິງ​ຫາ​ນີ້, ທ່ານ ລີວ​ເຮີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ທັງ​ເປັນ​ຫົວ​ໜ້າ​ຝ່າຍ​ຈີນ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ດ້ານ​ເສດ​ຖະ​ກິດ​​ການ​ຄ້າຮອບ​ດ້ານຈີນ-ອາ​ເມ​ຣິ​ກາ​ໄດ້​ສົນ​ທະ​ນາ​ຜ່ານ​ທາງ​ໂທ​ລະ​ສັບ​ກັບ​ທ່ານ ໂຣ​ເບີດ ລາຍດ​ໄທ​ເຊີ ຜູ້ຕາງ​ໜ້າ​ການ​ຄ້າ​ອາ​ເມ​ຣິ​ກາ ແລະ ທ່ານ ​ສະ​ຕີ​ເວນ ມະ​ນູ​ຊິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​​ເງິນອາ​ເມ​ຣິ​ກາຕາມ​ຄຳ​ເຊີນ. ຈີນ​ໄດ້​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ເຄັ່ງ​ຂຶມ​ກ່ຽວ​ກັບ​​ບັນ​ຫາ​ທີ່​ອາ​ເມ​ຣິ​ກາ​ມີ​ແຜນ​ຈະ​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​​ຈີນ​ທີ່​ສົ່ງ​ອອກ​ສູ່​ອາ​ເມ​ຣິ​ກາ​ໃນ​ວັນ​ທີ 1 ກັນ​ຍາ​ໜ້າ​ນີ້. ສອງ​ຝ່າຍ​ໄດ້​ຕົກ​ລົງ​ຈະ​ສົນ​ທະ​ນາ​ກັນ​ຜ່ານ​ທາງ​ໂທ​ລະ​ສັບ​ອີກ​ຄັ້ງ​ໜຶ່ງໃນ​ສອງ​ອາ​ທິດ​ຕໍ່​ໜ້າ. ເຂົ້າ​ຮ່ວມ​ຟັງ​ການ​ສົນ​ທະ​ນາ​ຄັ້ງ​ນີ້​ຍັງ​ມີທ່ານ ຈົ່​ງ​ຊ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ,ທ່ານ ຢີ້​ກ່າງ ຜູ້​ວ່າ​ການ​ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ ແລະ ທ່ານ ​ນິ້ງ​ຈີ​ເຈີ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ຊາດຈີນ​ແລະ​ທ່ານ​ອື່ນໆ​ເຂົ້າ​ຮ່ວມ.

ຄຳ​ເຫັນ

0