李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ອາ​ເມ​ຣິ​ກາ​ຫຼຸດ​ໜ້ອຍ​ລົງ​ຢ່າງ​ຕໍ່​ເນື່ອງ

2019-08-14 09:53:23 cri

    ກ່ອນ​ໜ້ານີ້​ບໍ່​ດົນ, ທ່ານ ຄ​ຣິ​ສ​ໂຕ​ເຟີ ທອມ​ສັນ ຜູ້​ອຳ​ນວຍ​ການ​ໃຫຍ່ ທັງ​ເປັນ CEO ຂອງ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ຍາມ​ໃດ, ຈີນ​ກໍ​ເປັນ​ປະ​ເທດ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ທີ່​ສຳ​ຄັນ​ທີ່​ສຸດ​ຕໍ່​ຂະ​ແໜງ​ການ​ທ່ອງ​ທ່ຽວ​ອາ​ເມ​ຣິ​ກາ. ປີ 2018 ຈຳ​ນວນ​ການ​ບໍ​ລິ​ໂພກ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ​ຢູ່​ອາ​ເມ​ຣິ​ກາ ຍັງ​ເປັນ​ອັບ​ດັບ​ໜຶ່ງຄື​ເກົ່າ, ແຕ່​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຈີນ ໄດ້ຫຼຸດ​ໜ້ອຍ​ລົງ ແລະ​ສືບ​ຕໍ່ຫຼຸດ​ລົງ​ໃນ​ປີນີ້.

    ຕາມ​ສະ​ຖິ​ຕິ​ຂອງ​ທາງ​ການ​ອາ​ເມ​ຣິ​ກາ, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ອາ​ເມ​ຣິ​ກາ​ໃນ​ປີ 2018 ໄດ້ຫຼຸດ​ລົງ 6% ເມື່ອ​ທຽບ​ໃສ່​ປີ 2017 ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 15 ປີ​ຜ່ານ​ມາ.

    ທ່ານ​ນາງ ເບັ​ສ ເຮີ​ເລີ ຜູ້​ອຳ​ນວຍ​ການ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ລັດມິນ​ເນ​ໂຊ​ຕາ ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ຣິ​ກາ ບໍ່​ພຽງ​ແຕ່​ສົ່ງ​ຜົນ​ສະ​ທ້ອນ​ຕໍ່​ຂະ​ແໜງ​ການ​ທ່ອງ​ທ່ຽວ​ເທົ່າ​ນັ້ນ, ຫາກ​ຍັງ​ກະ​ທົບ​ເຖິງ​ຊີ​ວິດ​ປະ​ຈຳ​ວັນ​ແລະ​ການ​ບໍ​ລິ​ໂພກ​ຂອງ​ຊາວ​ອາ​ເມ​ຣິ​ກາ​ຢ່າງຫຼວງຫຼາຍ.

ຄຳ​ເຫັນ

0