吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະຊາຊົນ​ຜູ້ໃຊ້​ອິນ​ເຕີ​ແນັດ​ຂອງ​ຈີນ​ບັນລຸ 830 ລ້ານ​ຄົນ​ຮອດ​ທ້າຍ​ປີ 2018

2019-08-14 16:00:21 cri

ວັນ​ທີ 13 ສິງຫາ​ນີ້, ອົງການສະຖິຕິ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ຜົນ​ສຳ​ເລັດ​ດ້ານ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​​ໄລຍະທີ່​ຈີນ​ສະຖາປະນາສາທາລະນະ​ລັດ​ ປະຊາຊົນ​ຈີນ​ຄົບຮອບ 70 ປີ ​ເຊິ່ງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ປະຊາຊົນ​ທີ່​ໃຊ້​ອິນ​ເຕີ​ແນັດ​ຂອງ​ຈີນ​ໄດ້​ເພີ່ມ​ຈາກ 620000 ຄົນ​ໃນ​ປີ 1997 ​ຂຶ້ນ​ເປັນ 830 ລ້ານ​ຄົນ​ໃນ​ປີ 2018. ​ໃນ​ປີ 2018, ການ​ບໍລິ​ໂພ​ກດາ​ຕາ​ທາງອິນ​ເຕີ​ແນັດ​ເຄື່ອນ​ທີ່​ບັນລຸ 71,1 ຕື້ ກິກກາ​ໄບ​ເພີ່ມ​ຂຶ້ນ 56,1 ​ເທົ່າ​​ເມື່ອ​ມຽ​ບ​ໃສ່​ປີ 2013.

ບັນ​ລາຍ​ງານ​ຍັງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ຂະ​ແໜງ​ການຈັດ​ສົ່ງ​ສິນຄ້າ​ດ່ວນ​ຂອງ​ຈີນ​ໄດ້​ລື່ນ​ກາຍອາ​ເມຣິກາ​ໃນ​ປີ 2014 ​ແລະ​ຮັກສາ​ຄວາມເປັນ​ອັນ​ດັບ 1 ຂອງ​ໂລກ​​ໄວ້​ໄດ້ຢ່າງ​ລຽນຕິດ. ​ຮອດ​ທ້າຍ​ປີ 2018, ​ການຈັດ​ສົ່ງ​ສິນຄ້າ​ດ່ວນ​ໄດ້​ເພີ່ມ​ຈາກ 1,53 ລ້ານອັນ​ໃນ​ປີ 1988 ຂຶ້ນ​ເປັນ 50,7 ຕື້​ອັນ.

ຄຳ​ເຫັນ

0