吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງສະ​ແດງການ​ແລ​ກປ່ຽນ​ລະຫວ່າງຊາວ​ໜຸ່ມ​ຈີນ-ອາຊຽນຄັ້ງ​ທີ 7 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ໄຫ​ໂຂ

2019-08-14 15:59:19 cri

ສະມາຄົມ​ມິດຕະພາ​ບກັບ​ນານາ​ຊາດ​ຂອງປະຊາຊົນ​ຈີນ, ສະມາຄົມ​ຈີນ-ອາ​ຊຽນ ​ແລະ​ຫ້ອງການ​ວຽກ​ງານ​ຕ່າງປະ​ເທດ​ແຂວງ​​ໄຫຫຼຳ​ຮ່ວມ​ກັນ​ເປັນ​ເຈົ້າພາບ​ຈັດ “ງານ​ວາງສະ​ແດງ​ການ​ແລກປ່ຽນ​ລະຫວ່າງ​ຊາວ​ໜຸ່ມ​ຈີນ-ອາ​ຊຽນ” ຄັ້ງ​ທີ 7 ຢູ່​ມະຫາວິທະຍາ​ໄລ​ໄຫ​ໜານ​ໃນ​ວັນ​ທີ 13 ສິງຫາ​ນີ້.

ງານ​ວາງສະ​ແດງຄັ້ງ​ນີ້​ພາຍ​ໃຕ້​ຫົວ​ຂໍ້ “ນຳພາ​ໂດຍ​ຊາວ​ໜຸ່ມ ​ເພື່ອສ້າງ​ເສັ້ນທາງ​ສາຍ​ໄໝ​ຮ່ວມ​ກັນ” ດ້ວຍ​ຮູບ​ແບບ​ການບັນ​ລະ​ຍາ​ຍຫົວ​ຂໍ້​ສະ​ເພາະ, ການ​ແລກປ່ຽນ, ການ​ທັດສະນາ​ຈອມ​ສຶກສາ, ງານ​ສະ​ແດງ​ສິລະ​ປະ​ວັນນະຄະດີ ​ແລະ​ການ​ແຂ່ງຂັນ​ກິລາ ​ເຊິ່ງມີຊາວ​ໜຸ່ມ​ຈາກ 7 ປະ​ເທດ​ອາ​ຊຽນ ຄື: ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ຟິລິບ​ປິນ, ຫວຽດນາມ, ລາວ, ມຽນມາ ​ແລະ​ກຳປູ​ເຈຍ ກໍຄື​ຊາວ​ໜຸ່ມ​ທ້ອງ​ຖິ່ນ​ປະມານ 100 ຄົນ​ເຂົ້າ​ຮ່ວມ, ​ເຂົາ​ເຈົ້າ​ຈະ​ດຳ​ເນີນ​ກິດຈະກຳການທັດສະນາຈອນ​ສຶກສາ ​ແລະ​ການ​​ແລ​ກປ່ຽນ​ຢູ່​ນະຄອນ​ໄຫ​ໂຂ, ​ເມືອງສົງ​​ໄຫ, ນະຄອນຊ່ານ​ຢ້າ ​ແລະ​ແຫ່ງ​ອື່ນໆ​ເປັນ​ເວລາ 5 ວັນ.

​ໃນ​ປີ 2013, ງານ​ວາງສະ​ແດງ​ການ​​ແລກປ່ຽນ​ລະຫວ່າງ​ຊາວ​ໜຸ່ມ​ຈີນ-ອາ​ຊຽນຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ​ແລ້ວ​ຈັດ​ຂຶ້ນ​ຢູ່​ພາກ​ແຂວງ​ທີ່​ແຕກ​ຕ່າງ​ກັນ​ໃນ​ແຕ່ລະ​ປີ ​ແລະ​ກາຍ​ເປັນ​ເວທີ​ທີ່​ສຳ​ຄັນ​ດ້ານ​ກາ​ນ​ແລ​ກປ່ຽນ​ລະຫວ່າງ​ຊາວ​ໜຸ່ມ​ຈີນ ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ປັດ​ຈຸ​ບັນ​ນີ້.

ຄຳ​ເຫັນ

0