尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ບໍ​ລິ​ຫານສະ​ໜາມ​ບິນ​ຮົງ​ກົງ​ໄດ້​ຮັບ​ໃບ​ສັ່ງ​ຊົ່ວ​ຄາວ​ຈາກ​ສານ ​ຫ້າມ​ບໍ່​ໃຫ້​ບຸກ​ຄົນ​ໃດໆ​ສະ​ກັດ​ກັ້ນ​ຫຼື​ລົບ​ກວນ​ການ​ນຳ​ໃຊ້​ສະ​ໜາມ​ບິນ​ສາ​ກົນ​ຮົງ​ກົງ​ຕາມ​ປົກ​ກະ​ຕິ

2019-08-14 15:59:48 cri

ຕາມ​ຂ່າວCRI: ອົງ​ການ​ບໍ​ລິ​ຫານ​ສະ​ໜາມ​ບິນ​ຮົງ​ກົງ​ກ່າວ​ໃນ​ວັນ​ທີ 14 ສິງ​ຫາ​ນີ້​ວ່າ: ອົງ​ການ​ບໍ​ລິ​ຫານສະ​ໜາມ​ບິນ​ໄດ້​ຮັບ​​ໃບ​ສັ່ງ​​ຊົ່ວ​ຄາວ​ຈາກ​ສານ ຫ້າມ​ບໍ່​ໃຫ້​ບຸກ​ຄົນ​ໃດ​ໆ​ກັ້ນແກ້ງສະ​ກັດ​ກັ້ນ​ຫຼື​ລົບ​ກວນ​ການ​ນຳ​ໃຊ້​ສະ​ໜາມ​ບິນ​ສາ​ກົນ​ຮົງ​ກົງ​ຕາມ​ປົກ​ກະ​ຕິ​​ທີ່​ຜິດ​ກົດ​ໝາຍ​ແລະ​ມີ​ເຈດ​ຕະ​ນາ​​ບໍ່​ດີແອບ​ແຝງ.
 

​ໃບ​ສັ່ງ​ຈາກ​ສານ​ລະ​ບຸ​ວ່າ:ບຸກ​ຄົນ​ໃດໆກໍ່​ຕາມ​ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ການ​​ເດີນ​ຂະ​ບວນ​​ປະ​ທ້ວງ​ຢູ່​ສະ​ໜາມ​ບິນ​ຫຼື​ຢູ່ສະ​ຖານ​ທີ່ນອກຂ​ອບ​ເຂດ​​ທີ່ອົງ​ການ​ບໍ​ລິ​ຫານສະ​ໜາມ​ບິນ​ກຳ​ນົດ​ໄວ້​.ອົງ​ການ​ດັ່ງ​ກ່າວ​ຫາ​ກໍ​ໄດ້​ຮັບ​ໃບ​ສັ່ງ​ເກືອດ​ຫ້າມ​ຊົ່ວ​ຄາວ​ທີ່​ມີ​ກາ​ຈ້ຳ​ສະ​ບັບ​ກອບ​ບີ,ແລະ​ຈະ​ສະ​ແດງ​ໃບ​ສັ່ງ​ຈາກ​ສານ​ຕາມ​ຫຼັງ.

ຄຳ​ເຫັນ

0