蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລະ​ຄອນ​ໂທ​ລະ​ພາບ “ຄວາມ​ຝັນ​ໃນ​​ວິ​ມານແດງ” ຂອງ​ຈີນ​ສະ​ບັບ​ພາ​ສາ​ມຽນ​ມາ​ເລີ່ມ​ສາຍ​ຢູ່​ມຽນ​ມາ

2019-08-14 16:03:19 CRI

ພິ​ທີ​ເລີ່ມ​ສາຍລະ​ຄອນ​ໂທ​ລະ​ພາບ “ຄວາມ​ຝັນ​ໃນ​ວິ​ມານ​ແດງ” ຂອງ​ຈີນ (ຖ່າຍ​ທຳ​​ເມື່ອປີ 1987) ​ສະ​ບັບ​ພາ​ສາ​ມຽນ​ມາ ເຊິ່ງ​ແມ່ນ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ເຂດກວາງ​ຊີ​ຈີນ​ ແລະ ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ມຽນ​ມາ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ເນ​ປີ​ດໍ​ປະ​ເທດ​ມຽນ​ມາ​ໃນ​ວັນ​ທີ 12 ສິງ​ຫາ​ນີ້. ທ່ານ​ເປ ມຽນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂຄ​ສະ​ນາ​​ອົບ​ຮົມມຽນ​ມາ, ທ່ານ​ເສິນ​ໄຫ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມຽນ​ມາ, ທ່ານ​ຮວງ​ຢີ ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ເຂດກວາງ​ຊີ​ຈີນ ແລະ ແຂກ​ຜູ້​ມີ​ກຽດ​ທ່ານ​ອື່ນໆ​ທັງຈີນ ແລະ ມຽນ​ມາ 500 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

ໃນຫຼາຍ​ປີ​ມາ​ນີ້, ເຂດກວາງ​ຊີ​ຈີນ​ ແລະ ມຽນ​ມາ​ໄດ້​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິ​ທະ​ຍຸ​ໂທ​ລະ​ພາບ​ຢ່າງ​ບໍ່​ຢຸດ​ຢັ້ງ. ຄໍ​ລຳ “ລະ​ຄອນ​ໂທ​ລະ​ພາບ​ຈີນ” ແລະ “​ກາ​ຕູນໂທ​ລະ​ພາບ​​ຈີນ” ທີ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ເຂດກວາງ​ຊີ​ຈີນ​ ແລະ ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ມຽນ​ມາ​ຮ່ວມ​ກັນ​ຈັດ​ຂຶ້ນ​ນັ້ນ ໄດ້​ສ້າງ​ຮູບ​ການ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ​ຈີນ​ແລະ​ມຽນ​ມາ.

ຕອນ​ຄ່ຳ​ມື້​ດຽວ​ກັນ, ຊ່ອງຫຼັກ​ຂອ​ງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ມຽນ​ມາ​ໄດ້​ເລີ່ມ​ສາຍ​ລະ​ຄອນ​ໂທ​ລະ​ພາບ “ຄວາມ​ຝັນ​ໃນວິ​ມານ​ແດງ” ສະ​ບັບ​ພາ​ສາ​ມຽນ​ມາ ​ເຊິ່ງຜູ້​ຊົມ​ມຽນ​ມາ​ໄດ້​ໃຫ້​ຄວາມ​ສົນ​ໃຈຕິດ​ຕາມ​ຊົມ​ຢ່າງຫຼວງຫຼາຍ.

ຄຳ​ເຫັນ

0