黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນ​ເລື່ອງ​ເຂົ້າ​ໃຈ​ຍາກ​ທີ່ອາ​ເມຣິກາຈັດ​ເອົາ​ວິ​ກິດ​ການ​​ໃນ​ການ​ໃຊ້​ຢາ​ທີ່​ມີ​ສ່ວນ​ຜະສົມຂອງ​ຢາຝິ່ນພາຍ​ໃນ​ປະ​ເທດ​ຕົນ​ຕິດ​ພັນ​ກັບ​ບັນຫາການ​ຄ້າກັບຈີນ

2019-08-19 17:41:30 CRI

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ເຝິງຢວນຫຼຽງ ອະດີດ​ບັນນາທິການ​ໃຫຍ່​ຂອງ​ໜັງສືພິມ “​ເດີ​ສະ​ເຕຣດສ໌ທາມ​ສ໌” ຂອງ​ສິງກະ​ໂປ ​ໄດ້​ພິມ​ບົດ​ຄວາມ​ທີ່​ພາດ​ຫົວ​ຂໍ້​ວ່າ “​ການ​ພົວພັນ​ທີ່​ແປກ​ປະຫຼາດລະຫວ່າງພາສີ, ຢາ​ປະ​ເພດ​ທີ່​ມີ​ສ່ວນ​ຜະສົມ​ຂອງ​ຢາຝິ່ນ ​ແລະ ຢາ​ຝິ່ນ” ລົງ​ໃນ​ໜັງສືພິມ “​ເດີ​ສະ​ເຕຣດສ໌ທາມ​ສ໌” ​ໂດຍ​ຊີ້​ອອກວ່າ: ທ່ານ​ໂດ​ໂນ ທຣຳ ປະທານາທິບໍດີ​ອາ​ເມຣິກາ​ໄດ້​ຈັດ​ເອົາ​ວິ​ກິດ​ການ​ໃນ​ການ​ນຳ​ໃຊ້​ຢາ​ປະ​ເພດ​ທີ່​ມີ​ສ່ວນ​ຜະສົມ​ຂອງ​ຢາຝິ່ນທົ່ວທີບ​ພາຍ​ໃນ​ປ​ະ​ເ​ທດຕົນ​​ຕິດ​ພັນ​ກັບ​ບັນຫາ​ການ​ຄ້າ​ລະຫວ່າງ​ສອງ​ກຸ່ມ​ເສດຖະກິດ​ທີ່ໃຫຍ່​ທີ່​ສຸດ​ໃນ​ໂລກ ​ເຊິ່ງ​ເປັນ​ເລື່ອງ​ທີ່​ເຮັດ​ໃຫ້​ເຂົ້າ​ໃຈ​ໄດ້​ຍາກ.

ບົດ​ຄວາມ​ລະ​ບຸ​ວ່າ: ​ໃນ​ຂະນະ​ທີ່​ທົ່ວ​ໂລກ​ລ້ວນ​ແຕ່​ເຫັນ​ວ່າ ຈີນ​ແລະ​ອາ​ເມຣິກາ​ມີ​ຄວາມ​ຄືບ​ໜ້າ​​ເປັນ​ຢ່າງ​ດີ​ໃນ​ການ​ເຈລະຈາ​ການ​ຄ້າ​ຮອ​ບ​ໃໝ່ຫຼ້າສຸດ, ທ່ານ​ໂດ​ໂນ ທຣຳ ພັດ​ໄດ້​ປະກາດວ່າອາດ​ຈະ​ຂຶ້ນພາສີ​ຕໍ່​ສິນຄ້າ​ນຳ​ເຂົ້າຈາກ​ຈີນ​ໃນ​ມູນ​ຄ່າ 300 ຕື້​ໂດ​ລາ​ສະຫະລັດ​ນັບ​ແຕ່​ວັນ​ທີ 1 ກັນຍາ​ໜ້າ​ນີ້​ເປັນຕົ້ນ​ໄປ ​ໂດຍຫາ​ເຫດຜົນທີ່​ວ່າ “ຈີນ​ບໍ່​ໄດ້​ສະກັດ​ກັ້ນຢາ​ປະ​ເພດເຟນຕາ​ນິນທີ່​ໄຫຼ​ເຂົ້າສູ່​ອາ​ເມຣິກາ” ​ຖື​ວ່າເປັນ​ໜຶ່ງ​ໃນ​ຂໍ້​ອ້າງ​ຕ່າງໆ​ຂອງ​ການ​ຂຶ້ນພາສີ​ໃນ​ຄັ້ງນີ້ ​ແຕ່​​ໃນຄວາມ​ເປັນ​ຈິງແລ້ວ​ແມ່ນ​ການ​ຫັນປ່ຽນ​ວິ​ກິດ​ການ​ໃນ​ການ​ນຳ​ໃຊ້​ຢາ​ປະ​ເພດ​ທີ່​ມີ​ສ່ວນ​ຜະສົມ​ຂອງ​ຢາຝິ່ນທົ່ວທີບ​ພາຍ​ໃນ​ປະ​ເທດ​ອາ​ເມຣິກາ​ເອງ​ແລ້ວ​ຍົກ​ລະດັບຂຶ້ນ​ເປັນຄວາມ​ຂັດ​ແຍ້​ງດ້ານ​ການ​ຄ້າ​ລະຫວ່າງ​ອາ​ເມຣິກາກັບຈີນ. ການ​ກະທຳ​ດັ່ງກ່າວ​ເປັນ​ເລື່ອງ​ທີ່ເໜືອ​ຈິນຕະນາການ​. ຖ້າວ່າ​ການ​ກະທຳ​ແບບ​ນີ້​ເປັນ​ຍຸດ​ໂທ​ບາຍ​ດ້ານ​ການ​ເຈລະຈາ​ຂອງ​ເຂົາ ຄັນຊັ້ນ, ຜົນ​ການ​ເຈລະຈາ​ລະຫວ່າງ​ຈີນ-ອາ​ເມຣິກາ​ໃນ​ໄລຍະ​ຜ່ານ​ມາ​ຈົນ​ຮອດ​ປັດຈຸບັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ເປັນການ​ກະທຳ​ຂອງ​ເຂົາ​​ເຊິ່ງບໍ່​ອາດ​ບັນລຸ​ຜົນ​ຕາມ​ການ​ຄາດ​ຫວັງ​ໄດ້.

ບົດ​ຄວາມ​ລະບຸ​ຕື່ມ​ວ່າ: ຢູ່​ອາ​ເມຣິກາ​ໄດ້​ເກີດ​ວິ​ກິດ​ການ​ໃນ​ການ​ນຳ​ໃຊ້ຢາ​ປະ​ເພດ​ທີ່​ມີ​ສ່ວນ​ຜະສົມ​ຂອງ​ຢາຝິ່ນ ​ ​ເຊິ່ງສາ​ເຫດ​ໃນ​ເບື້ອງ​ຕົ້ນຄື: ບໍລິສັດ​ຜະລິດ​ຢາ​ທີ່​ກ່ຽວຂ້ອງ​ບໍ່​ໄດ້​​ໃຫ້​ຄຳ​ແນະນຳ​ຢ່າງ​ພຽງພໍ​ເພື່ອເຕືອນອາການ​ຕິດ​​ຢາ​ປະ​ເພດ​ນີ້, ຊ້ຳ​ບໍ່​ໜຳ​ຍັງຮຽກຮ້ອງ​ໃຫ້ແພດ​ໝໍ​ຂາຍຢາ​ປະ​ເພດ​ນີ້​ໃຫ້​ຫຼາຍຂຶ້ນ​ໃນ​ຂະນະ​ທີ່​ອອກ​ໃບ​ສັ່ງ​ຢາ​ໃຫ້​ຄົນ​ເຈັບ ​ແລະ ​ໃນ​ເວລາ​ເກີດ​ອາການ​ແງ້ນຢາ​ປະ​ເພດ​ທີ່​ມີ​ສ່ວນ​ຜະສົມ​ຂອງ​ຢາຝິ່ນ ​ເຊິ່ງເປັນ​ປາກົດການທີ່​ບໍ່​ສາມາດ​ປ່ອຍປະ​ລະ​ເລີຍ​ໄດ້​ອີກ ສະນັ້ນ, ລັດຖະບານ​ອາ​ເມຣິກາ​ຈຶ່ງ​ເລີ່​ມຈຳກັດ​ການ​ນຳ​ໃຊ້​ຢາ​ປະ​ເພດ​ນີ້​ໃນ​ໃບສັ່ງ​ຢາ​ຂອງແພດ. ຄວາມ​ຈິງ​ແລ້ວ, ການສັງ​ເຄາະ​​ຢາ​ເຟນຕາ​ນິນ​ກໍ​ບໍ່​​ເປັນ​ເລື່ອງຍາກ ທະ​ແນມ​ແຕ່​ໄດ້​ວັດຖຸ​ດິບ​ທີ່​ຕ້ອງການ​ໃນ​ການ​ສັງ​ເຄາະ, ​ເພສັດ​ສະ​ກອນກໍ​ສາມາດ​ສັງ​ເຄາະ​ໃຫ້​ເປັນ​ຢາ​ໄດ້​ໃນ​ຫ້ອງ​ທົດ​ລອງ​ຂອງ​ໂຮງຮຽນ. ຂະນະ​ທີ່​ພາກສ່ວນ​ຕົ້ນຕໍ​ໃນ​ການ​ສັງ​ເຄາະ​ຢາ​ເຟນຕາ​ນິນ​ກໍ​ສາມາດ​ຊື້​​ຈາກຫ້ອງ​ທົດ​ລອງ​​ຂະໜາດ​ນ້ອຍ​ເພື່ອ​ການຄ້າ​ໃນນະຄອນ​ແຮມ​ເບີກປະ​ເທດ​ເຢຍລະ​ມັນ ​ຫຼື ​ໃນນະຄອນ ​ໄຮ​ເດຣາ​ເບ​ດປະ​ເທດ​ປາ​ກິ​ສະຖານ​ໄດ້ຢ່າງ​ງ່າຍດາຍ. ຂະນະ​ທີ່​ເຟນຕາ​ນິນ​ຫໍ່​ນ້ອຍໆ​ກໍ​ສາມາດ​ຝາກສົ່ງ​ໄປ​ສູ່​ອາ​ເມຣິກາ​ໄດ້​ຈາກ​ແຫ່ງ​ຕ່າງໆຂອງໂລກ.

ບົດ​ຄວາມ​ຍັງ​ຊີ້​ໃຫ້​ເຫັນ​ຕື່ມ​ວ່າ: ອາ​ເມຣິກາ​ປະ​ຖິ້ມ​ຄວາມ​ຮັບຜິດຊອບ​ຕໍ່​ວິ​ກິດ​ການ​ໃນ​ການ​ນຳ​ໃຊ້​ຢາ​ປະ​ເພດ​ທີ່​ມີ​ສ່ວນ​ຜະສົມ​ຂອງ​ຢາຝິ່ນພາຍ​ໃນ​ປະ​ເທດ​ຕົນ​ແລ້ວ​ຫັນ​ເຫ​ຄວາມ​ສົນ​ໃຈ​ສູ່​ຈີນ ​ເຊິ່ງເປັນ​ການ​ກະທຳ​ທີ່​ຈອມ​ປອມ. ຈີນ​ໄດ້​ເຮັດ​ວຽກ​ຢ່າງ​ຫຼວງຫຼາຍ​ແລະພຽງພໍ​ໃນ​ບັນຫາ​ຢາເຟນຕາ​ນິນ, ສ່ວນຄຳ​ຕຳ​ໜິວິຈານ​ຂອງ​ອາ​ເມຣິການັ້ນບໍ່​ມີ​ເຫດ​ຜົນ​ແຕ່​ຢ່າງ​ໃດ​ເລີຍ.

ຄຳ​ເຫັນ

0