蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລົດ​ບັດ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ​ຈີນ​ຄັນ​ໜຶ່ງ​ໄດ້​ເກີດ​ອຸ​ບັດ​ເຫດ​ຢູ່​ນະ​ຄອນຫຼວງ​ມົ​ສ​ກູ ເປັນ​ເຫດ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ 10 ກວ່າ​ຄົນ

2019-08-19 15:50:59 CRI

ວັນ​ທີ 18 ສິງ​ຫາ​ນີ້, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຣັດ​ເຊຍ​ໄດ້​ແຈ້ງ​ໃຫ້​ສະ​ຖານ​ທູດ​ຈີນ​ປະ​ຈຳ​ຣັດ​ເຊຍ​ຊາບ​ວ່າ, ລົດ​ບັດ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ​ຈີນ​ຄັນ​ໜຶ່ງ​ໄດ້​ເກີດ​ອຸ​ບັດ​ເຫດ​ຢູ່​ນະ​ຄອນຫຼວງ​ມົ​ສ​ກູໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ ແລະ ເປັນ​ເຫດ​ເຮັດ​ໃຫ້​ມີນັກ​ທ່ອງ​ທ່ຽວ​ຈີນ​​ບາດ​ເຈັບ 10 ກວ່າ​ຄົນ.

ຕາມ​ການ​ແຈ້ງ​ການ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຣັ​ດ​ເຊຍ, ໃນ​ເວ​ລາ​ເກີດ​ເຫດ, ລົດ​ບັດ​ຄັນ​ດັ່ງ​ກ່າວ​ໄດ້​ບັນ​ທຸກ​ນັກ​ທ່ອງ​ທ່ຽວ​ຈີນ​​ເດີນ​ທາງໄປ​ເມືອງ​ຊູ​ສ​ດານ ຕົວ​ເມືອງ​ປະ​ຫວັດ​ສາດ​ທີ່​ມີ​ຊື່​ສຽງ​ຂອງ​ຣັດ​ເຊຍ, ໃນ​ລົດ​ມີ​ນັກ​ທ່ອງ​ທ່ຽວ​ຈີນ 30 ກວ່າ​ຄົນ, ໃນ​ນັ້ນ, ມີ 10 ກວ່າ​ຄົນ​ບາດ​ເຈັບ​ເບົາ​ແລະ​ຖືກ​ສົ່ງ​ໄປ​​ປິ່ນ​ປົວ​ຢູ່​ໂຮງ​ໝໍ. ພະ​ແນກ​ກົງ​ສຸນ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ຣັດ​ເຊຍ ພ້ອມ​ທັງ​ຫົວ​ໜ້າ​ຄະ​ນະ​ທ່ອງ​ທ່ຽວ​ແລະ​ຜູ້​ນຳ​ທ່ຽວ​ພວມ​ເອົາ​ໃຈ​ໃສ່​ແກ້​ໄຂວຽກ​ງານ​ທີ່​ກ່ຽວ​ຂ້ອງ.

ຄຳ​ເຫັນ

0