吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັງຫວະ​ການ​ເຕີບ​ໂຕ​ຂອງ GDP​ ​ໃນ​ໄຕ​ມາດ 2 ປີ 2019 ຂອງ​ໄທບັນລຸ​ 2,3% ​ຕ່ຳ​ທີ່​ສຸດ​ໃນ​ໄລຍະ 5 ປີຜ່ານມາ

2019-08-20 17:11:27 cri

ວັນ​ທີ 19 ສິງຫາ​ນີ້, ຄະນະ​ກຳມະການພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​​ໄທ​ໄດ້​ເປີດ​ເຜີຍ​ວ່າ: ​ໃນ​ໄຕ​ມາດ​ 2 ປີ 2019, ລວມຍອດຜະລິດ​ຕະພັນ​ພາຍ​ໃນ ຫຼື GDP ຂອງ​ປະ​ເທດ​ໄທ​ເພີ່ມ​ຂຶ້ນ 2,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2018, ຕ່ຳ​ກວ່າ​ຈັງຫວະ​ການ​ເຕີບ​ໂຕ​ໃນ​ໄຕ​ມາດ 1 ​ທີ່​ໄດ້​ບັນລຸ​ໄດ້ 2,8% ​ແລະ​ເປັນຈັງ​ຫວະ​ການ​ເຕີບ​ໂຕ​ຕ່ຳ​ທີ່​ສຸດ​ນັບ​ແຕ່​ໄຕ​ມາດ​ 3 ປີ 2014 ຜ່ານ​ມາ.

ມາຮອດ​ປັດຈຸບັນ​ນີ້, ຈັງຫວະ​ການ​ເຕີ​ບ​ໂຕ​ດ້ານ​ເສດຖະກິດ​ໄທ​ໃນ 6 ​ເດືອນຕົ້ນ​ປີ​ນີ້​​ບັນລຸ 2,6%.

​ຫົວໜ້າຄະນະ​ກຳມະການ​ການພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ໄທ​ກ່າວ​ວ່າ: ການ​ຫຼຸດ​ລົງ​ຂອງ​ຈັງ​ຫວະ​ການ​ເຕີບ​ໂຕ​ດ້ານ​ເສດຖະກິ​ດ​ໂລກ ກໍ​ຄື​ປັດ​ໄຈ​ທີ່​ບໍ່​​ເອື້ອ​ອຳນວຍ​ອື່ນໆ​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ໄດ້​ສົ່ງ​ຜົນ​ກະທົບຕໍ່​ເສດຖະກິດ​ໃນ​ໄຕ​ມາດ​ 2 ຂອງ​ໄທ. ລັດຖະບານ​ໄທ​ຈະ​ນຳ​ໃຊ້ມາດ​ຕະການ​ທີ່​ຈຳ​ເປັນ​ເພື່ອຊຸກຍູ້ຈັງຫວະ​ການ​ເຕີ​ບ​ໂຕ​ຂອງ​ເສດຖະກິດ​ໃຫ້​ສາມາດຟື້ນ​ຟູ​ຂຶ້ນ.

​ເນື່ອງ​ຈາກ​ປັດ​ໄຈ​ທີ່​ບໍ່​ແນ່ນອນ​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ໃນ​ປັດຈຸບັນ​ນີ້​ເພີ່ມ​ຂຶ້ນ, ຄະນະ​ກຳມະການ​ດັ່ງກ່າວ​ໄດ້​ຕັດສິນ​ໃຈ​ປັບ​ຫຼຸດ​ການ​ຄາດ​ຄະ​ເນຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໄທໃນ​ປີ 2019 ​​ໃຫ້​ຍັງ​ເຫຼືອ 2,7% ຫາ 3,2%, ​ແຕ່ການ​ຄາດ​ຄະ​ເນທີ່​ໄດ້​ເປີດ​ເຜີຍ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ​​ແມ່ນ 3,3% ຫາ 3,8%.

ຄຳ​ເຫັນ

0