李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​​ເລື່ອນ​ເວ​ລາ​ປະ​ຕິ​ບັດ​ຄຳ​ສັ່ງ​ຫ້າມ​​ຄ້າ​ຂາຍ​ກັບ​ບໍ​ລິ​ສັດ​ຫົວ​ເຫວີຍ​

2019-08-20 14:48:51 cri

    ວັນ​ທີ 19 ສິງ​ຫານີ້, ກະ​ຊວງ​ການ​ຄ້າ​ອາ​ເມ​ຣິ​ກາ ໄດ້​ຕົກ​ລົງ​ແກ່​ຍາວ​ເວ​ລາ “ໃບ​ອະ​ນຸ​ຍາດ​ທົ່ວ​ໄປ​ຊົ່ວ​ຄາວ” ສະ​ບັບ​ໜຶ່ງອອກ​ໄປ​ອີກ 90 ວັນ ເພື່ອ​ເລື່ອນ​ເວ​ລາ​ອີກ​ເທື່ອ​ໜຶ່ງ​ຕໍ່​ຄຳ​ສັ່ງ​ຫ້າມ​ການ​ຊື້​ຂາຍ​ຜະ​ລິດ​ຕະ​ພັນ​ແລະ​ການ​ບໍ​ລິ​ການ​ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ​ພ້ອມ​ດ້ວຍ​ບໍ​ລິ​ສັດ​ຕ່າງໆ​ທີ່​ຂຶ້ນ​ກັບ​ຫົວ​ເຫວີຍ​ທີ່​ຢູ່​ອາ​ເມ​ຣິ​ກາ ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ຄຳ​ສັ່ງ​ຫ້າມ​ດັ່ງ​ກ່າວ​ເກີດ​ຜົນ​ກະ​ທົບ​ບໍ່​ດີ​ຕໍ່​ຜູ້​ບໍ​ລິ​ໂພກ​ອາ​ເມ​ຣິ​ກາ.

    ກະ​ຊວງ​ການ​ຄ້າ​ອາ​ເມ​ຣິ​ກາ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ມື້​ດຽວ​ກັນ ໂດຍ​ລະ​ບຸ​ວ່າ: ພາຍ​ໃນ 90 ວັນ​ນັບ​ແຕ່ວັນ​ທີ 19 ສິງ​ຫານີ້​ເປັນ​ຕົ້ນ​ໄປ, ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ທີ່​ໄດ້​ຮັບ “ໃບ​ອະ​ນຸ​ຍາດ​ທົ່ວ​ໄປ​ຊົ່ວ​ຄາວ” ສາ​ມາດ​ສົ່ງ​ອອກ, ສົ່ງ​ອອກ​ຕໍ່ ແລະ ໂອນ​ຜະ​ລິດ​ຕະ​ພັນ ຫຼື ເຕັກ​ນິກ ທີ່​ຖືກ​ກຳ​ນົດ​ພິ​ເສດ​ແລະ​ມີ​ຈຳ​ກັດ ໃຫ້​ແກ່​ບໍ​ລິ​ສັດ​ຫົວ​ເຫວີຍ ພ້​ອມ​ດ້ວຍ​ບໍ​ລິ​ສັດ​ທີ່​ຂຶ້ນ​ກັບ​ຫົວ​ເຫວີຍ​ທີ່​​ຢູ່​ນອກອາ​ເມ​ຣິ​ກາ. ສ່ວນ​ຈຸດ​ປະ​ສົງ​ຂອງ​ການ​ແກ່​ຍາວ​ເວ​ລາ​ “ໃບ​ອະ​ນຸ​ຍາດ” ດັ່ງ​ກ່າວ ກໍ​ເພື່ອ​ເຮັດ​ໃຫ້​ຜູ້​ບໍ​ລິ​ໂພກ​ອາ​ເມ​ຣິ​ກາ​ມີ​ເວ​ລາຫຼາຍກວ່າ​ເກົ່າ​ໃນ​ການ​ປັບ​ຕົວ​ໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ການ​ທີ່ມື້​ໃດ​ບໍ່​ມີ​ຜະ​ລິດ​ຕະ​ພັນຫຼື​ການ​ບໍ​ລິ​ການ​​ຈາກບໍ​ລິ​ສັດ​ຫົວ​ເຫວີຍ. ສ່ວນ​ການ​ສົ່ງ​ອອກ, ການ​ສົ່ງ​ອອກ​ຕໍ່ ແລະ​ການ​ໂອນ​ຜະ​ລິດ​ຕະ​ພັນ ຫຼື ເຕັກ​ນິກ​ທີ່​ດຳ​ເນີນ​ຢູ່​ພາຍ​ໃນ​ອາ​ເມ​ຣິ​ກາ ເຊິ່ງ​ຢູ່ນອກ “ໃບ​ອະ​ນຸ​ຍາດ​ທົ່ວ​ໄປ​ຊົ່ວ​ຄາວ” ນັ້ນ ຍັງ​ຕ້ອງ​ໄດ້​ຮັບ​ໃບ​ອະ​ນຸ​ຍາດ​ທີ່​ກ່ຽວ​ຂ້ອງ​ຈາກ​ກົມ​ອຸດ​ສາ​ຫະ​ກຳ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ກະ​ຊວງ​ການ​ຄ້າອ​າ​ເມ​ຣິ​ກາ ແລະ​ຕາມ​ສະ​ພາບ​ການກວດ​ກາ​ທີ່​ປະ​ຕິ​ບັດ​ໂດຍ​ທົ່ວ​ໄປ​ສາ​ກ່ອນ, ຖ້າ​ບໍ່​ດັ່ງ​ນັ້ນ ຈະ​ຖືກ​ຢັບ​ຢັ້ງ.

    ຖະ​ແຫຼງ​ການ​ຍັງ​ລະ​ບຸ​ອີກວ່າ: ຈະ​ຈັດ​ເອົາ​ອີກ​ 46 ບໍ​ລິ​ສັດທີ່​ຂຶ້ນ​ກັບ​ບໍ​ລິ​ສັດ​ຫົວ​ເຫວີຍ​ເຂົ້າ​ໃນ​ບັນ​ຊີ​ອົງ​ກອນ ເຊິ່ງ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ແຕ່​ວັນ​ທີ 19 ສິງ​ຫານີ້​ເປັນ​ຕົ້ນ​ໄປ.

ຄຳ​ເຫັນ

0