黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກີດ​ເຫດ​ຈະລາຈົນຢູ່ອິນ​ໂດ​ເນ​ເຊຍ​

2019-08-21 16:09:01 CRI

ຢູ່​ມາ​ນອກ​ວາຣີ ​ແລະ​ແຫ່ງ​ອື່ນໆໃນແຂວງປາ​ປົວ​ຕາ​ເວັນ​ຕົກອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ເຫດ​ຈະລາຈົນ​ໃນ​ວັນ​ທີ 19 ສິງຫາ​ນີ້ ​ໂດຍ​ຜູ້​ປະ​ທ້ວງ​ໄດ້​ປິດ​ເສັ້ນທາງບາງ​ສາຍ​ໃນ​ທ້ອງ​ຖິ່ນ, ທຳລາຍ​ສິ່ງ​ກໍ​ສ້າງສາ​ທາ​ລະນະ ​ແລະ ຈູດ​ເຜົາ​ອາຄານ​ສະພາ​ແຂວງປາ​ປົວ​ຕາ​ເວັນ​ຕົກ.

ສື່​ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ໃນ​ວັນ​ທີ 20 ​ສິງຫາ​ນີ້ວ່າ, ທ່ານ​ໂຈ​ໂຄ ວີ​ໂດ​ໂດ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ​ໄດ້​ອອກຖະ​ແຫຼງການຕໍ່​ເຫດ​ຈະລາຈົນ​ໃນ​ຕອນ​ຄ່ຳ​ວັນ​ທີ 19 ສິງຫາ​ນີ້​ ​ໂດຍ​ຮຽກຮ້ອງ​ໃຫ້​ມວນ​ຊົນ​ປາ​ປົວ​ຈົ່ງ​ຮັກສາ​ຄວາມອົດ​ກັ້ນ, ບໍ່​ຄວນ​ໃຊ້​ການ​ເຄື່ອນ​ໄຫວ​ແບບ​ອະນາ​ທິປະ​ໄຕ ​ເພາະວ່າການ​ເຄື່ອນ​ໄຫວ​ດັ່ງກ່າວພຽງ​ແຕ່ຈະສ້າງຜົນ​ເສຍ​ຫາຍ​ໃຫ້​ແກ່​ໝົດ​ທຸກ​ຄົນ​ເທົ່າ​ນັ້ນ.

ຂ່າວ​ລາຍ​ງານ​ວ່າ, ​ເຫດ​ຈະລາຈົນ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນຍ້ອນວັນ​ທີ 16 ສິງຫາ​ນີ້, ທຸງຊາດຫຼາຍ​​ຜືນ​ທີ່​ແຂວນ​ໄວ້​ຢູ່​ຫໍ​ພັກ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ໜຶ່ງ​ຢູ່​ນະຄອນຊູຣາບາ​ຢາ ຕົວ​ເມືອງ​ໃຫຍ່​ອັນ​ດັບ​ສອງ​ຂອງ​ອິນ​ໂດ​ເນ​ເຊຍ​ຖືກ​ຄົນ​ຖິ້ມ​ລົງຄອງ​​ນ້ຳ​. ​​ເນື່ອງ​ຈາກວ່າ​ມື້​ຖັດມາ​ຈະ​ເປັນ​ວັນຊາດ​ອິນ​ໂດ​ເນ​ເຊຍ ​ດັ່ງນັ້ນ, ເຈົ້າໜ້າ​ທີ່​ຕຳຫຼວດນະຄອນ​ດັ່ງກ່າວ​ໄດ້​ໄປ​​ຫໍ​ພັກ​ນັກ​ສຶກສາ​ ​ແລະ ຄຸມ​ຕົວ​ນັກ​ສຶກສາ​ປາ​ປົວ 43 ຄົນ​ເພື່ອ​ນຳ​ໄປ​ສອບ​ສວນ​ຢູ່ຫ້ອງການ​ຕຳຫຼວດ. ຕໍ່ມາ, ສື່​ສັງຄົມ​ອອນ​ລາຍ​ໄດ້​ເຜີຍ​ແຜ່​ຂ່າວວ່າ​ນັກ​ສຶກສາ​ເຫຼົ່ານີ້ຖືກ​ຈຳ​ແນ​ກ​ເຊື້ອ​ຊາດ​ແລະ​ຖື​ກທຳຮ້າຍ ຈຶ່ງ​ພາ​ໃຫ້​ມວນ​ຊົນ​ຢູ່​ມານ​ອກວາຣີ, ​ໂຊຣອງ ​ແລະ​​ແຫ່ງອື່ນໆ​ໃນ​ແຂວງ​ປາ​ປົວ​ຕາ​ເວັນ​ຕົກບໍ່ພໍ​ໃຈ​ແລະ​ກໍ່​ເຫດ​ຈະລາຈົນຄັ້ງນີ້.

ຄຳ​ເຫັນ

0