吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

95 ປະ​ເທດ ​ແລະ​​ເຂດ​ແຄວ້ນ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ປຶ້ມ​ສາກົນ​ປັກ​ກິ່ງຄັ້ງ​ທີ 26

2019-08-21 16:32:43 cri

ງານ​ວາງສະ​ແດງ​ປຶ້ມ​ສາກົນ​ປັກ​ກິ່ງ​ຄັ້ງ​ທີ 26 ​ແລະ​ເທດສະການ​ປຶ້ມ​ສາກົນ​​ປັກ​ກິ່ງ​ຄັ້ງ​ທີ 17 ກໍ​ຄືງານ​ວາງສະ​ແດງ​ການ​ພິມຈຳໜ່າຍທາງ​ດີ​ຈີ​ຕອນ​ຈີນ​ຄັ້ງ​ທີ 9 ຈະ​ຈັດ​ຂຶ້ນ​​ແຕ່​ວັນ​ທີ 21 ຫາ​ວັນ​ທີ 25 ສິງຫາ​ນີ້ ​ເຊິ່ງມີ​ວິ​ສາ​ຫະກິດ​ຈາກ 95 ປະ​ເທດ ​ແລະ​​ເຂດ​ແຄວ້ນ​ເຂົ້າ​ຮ່ວມ, ຣູມາ​ນີ​ໄດ້​ຮັບ​ກຽດ​ເປັນ​ປະທານກິ​ຕິ​ມະ​ສັກ​ຂອງ​ງານ​ຄັ້ງ​ນີ້.

ງານ​ວາງສະ​ແດງ​ຄັ້ງນີ້​ພາຍ​ໃຕ້​ຫົວ​ຂໍ້ “ຄວາມ​ສະຫງ່າ​ຍິ່ງ​ໃຫຍ່​ໃນ​ໄລຍະ 70 ປີຜ່ານມາ, ປຶ້ມ​ໃນ​ຍຸກ​ສະ​ໄໝ​​ໃໝ່" ​ໃນ​ນີ້​ຈະ​ມີ​ເຂດ​ວາງສະ​ແດງ​ປຶ້ມກ່ຽວ​ກັບການສະຖາ​ປະນາສປ ຈີນ​ຄົບຮອບ 70 ປີ, ​ເຂດ​ວາງສະ​ແດງ​ສາກົນ​ສິ່ງ​ພິມ “ໜຶ່ງ​​ແລວ​ໜຶ່ງ​ເສັ້ນທາງ”, ​ເຂດວາງສະ​ແດງປຶ້ມ​ກ່ຽວ​ກັບ​​ງານ​ກີລາ​ໂອ​ລີ​ມປີກ​ລະດູ​ໜາວ​, ເຂດ​ສະ​ແດງປຶ້ມ​ໃນ​ຫົວ​ຂໍ້ “ຊ່ອງ​ທາງ​ຮ້ານຂາຍປຶ້ມ” ​ແລະ​ອື່ນໆ.ງານ​ວາງສະ​ແດງ​ຄັ້ງ​ນີ້​ໄດ້​ເຕົ້າ​ໂຮມບໍລິສັດ​ພິມ​ຈຳໜ່າຍ​ຂອງບັນດາ​ປະ​ເທດ ​ແລະ​ມີ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ຫຼາຍ​ກວ່າ 2600 ​ແຫ່ງ​ເຂົ້າ​ຮ່ວມ ​ໃນ​ນັ້ນ ມີ​ວິ​ສາ​ຫະກິດ​ຕ່າງປະ​ເທດ 1600 ​ແຫ່ງ ​ເຊິ່​ງ​ໄດ້​ວາງສະ​ແດງ​ປຶ້ມ​ທີ່​ພິມຈຳໜ່າຍ​​ຫຼ້າ​ສຸດ​ທີ່​ມີ​ຫຼາຍ​ກວ່າ 3 ​ແສນຊະນິດ ​ເຊິ່ງ​ເປັນ​ການ​ສ້າງ​ສະຖິຕິ​ໃໝ່ຄັ້ງ​ໃໝ່.

ຄຳ​ເຫັນ

0