李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເລີ່ມ​ປະ​ຕິ​ບັດ​ຂໍ້​ກຳ​ນົດ​ໃໝ່​ໃນ​ການ​ຈຳ​ແນກ​ແຫຼ່ງ​ຜະ​ລິດ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ລະ​ຫວ່າງ​ຈີນ-ອາ​ຊຽນ

2019-08-21 15:09:09 cri

    ຈີນ​ປະ​ກາດ​ວ່າ: ເລີ່ມ​ແຕ່​ວັນ​ທີ 20 ສິງ​ຫານີ້​ເປັນ​ຕົ້ນ​ໄປ, ຈີນ​ຈະ​ປະ​ຕິ​ບັດ​ຂໍ້​ກຳ​ນົດ​ໃໝ່​ໃນ​ການ​ຈຳ​ແນກ​​ແຫຼ່ງ​ຜະ​ລິດສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ລະ​ຫວ່າງ​ຈີນ-ອາ​ຊຽນ ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ອາ​ຊຽນ.

    ອະ​ນຸ​ສັນ​ຍາ​ແລະ​ເອ​ກະ​ສານ​ທີ່​ກ່ຽ​ວ​ຂ້ອງ​​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນກ່ຽວ​ກັບ​ການ​ປັບ​ປຸງ “ສັນ​ຍາ​ຂອບ​ການ​ຮ່ວມ​ມື​​ດ້ານເສດ​ຖະ​ກິດ​ຮອບ​ດ້ານ​ຈີນ-ອາ​ຊຽນ” ພ້ອມ​ດ້ວຍ​ຂໍ້​ຕົກ​ລົງ​ສ່ວນ​ໜຶ່ງ​ພາຍ​ໃຕ້​ມາດ​ຕາຕ່າງໆ​ຂອງ​ສັນ​ຍາ ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 20 ສິງ​ຫາ​ຜ່ານ​ມາ. ຈາກນີ້ ອົງ​ການ​ພາ​ສີ​ຈີນ​ຈຶ່ງ​ໄດ້​ປະ​ກາດ​ວິ​ທີ​ຄຸ້ມ​ຄອງ​ໃໝ່​ຕໍ່​ແຫຼ່ງ​ຜະ​ລິດ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຕາມ​ມາດ​ຕາ​ຕ່າງໆ​ຂອງ​ສັນ​ຍາ​​ສະ​ບັບ​ນີ້.

    ອີງ​ຕາມ​ຂໍ້​ກຳ​ນົດ​ໃໝ່​ສະ​ບັບ​ດັ່ງ​ກ່າວ, ຕໍ່​ໄປ​ພາຍ​ໜ້າ, ສຳ​ລັບ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ ຂໍ​ພຽງ​ແຕ່​​ຖືກ​ຕ້ອງ​ຕາມ 1/3 ເງື່ອນ​ໄຂ​ ກໍ​ຈະໄດ້​ຮັບ​ການ​ຮັບ​ຮອງວ່າ​ເປັນ​ສິນ​ຄ້າ​ທີ່​ມີ​ແຫຼ່ງ​ຜະ​ລິດ​ຕາມ​ມາດ​ຕາ​ຕ່າງໆ​ຂອງສັນ​ຍາ​ສະ​ບັບ​ດັ່ງ​ກ່າວ, ເຊິ່ງ 3 ເງື່ອນ​ໄຂ​ດັ່ງ​ກ່າວ​ໄດ້​ແກ່: ໄດ້​ຮັບ ຫຼື ຜະ​ລິດ​ທັງ​ໝົດ​ຢູ່​ຈີນຫຼື​ປະ​ເທດ​ໃດໜຶ່ງ​​ໃນອາ​ຊຽນ; ຜະ​ລິດ​ດ້ວຍ​ວັດ​ຖຸ​ດິບ​ທີ່​ສອດ​ຄ່ອງ​ກັບ​ຂໍ້​ກຳ​ນົດ​ດັ່ງ​ກ່າວ​ທັງ​ໝົດ​ຢູ່​ຈີນຫຼື​​ປະ​ເທດໃດ​ໜຶ່ງ​ໃນ​ອາ​ຊຽນ; ເຖິງວ່າ​ບໍ່​​ໄດ້​ຮັບ ຫຼື ຜະ​ລິດ​ຢູ່​ຈີນຫຼື​ ​ປະ​ເທດ​ໃດໜຶ່ງ​ໃນ​ອາ​ຊຽນ​ທັງ​ໝົດ​ກໍ​ຕາມ ແຕ່​​ຖືກ​ຕ້ອງ​ຕາມ​ເງື່ອນ​ໄຂ​ທີ່​ກຳ​ນົດ​ໄວ້​ໃນ​ກໍ​ລະ​ນີ​ພິ​ເສດ ກໍ​ຈະ​ຖືກ​ຮັບ​ຮອງ​ເຊັ່ນ​ກັນ.

ຄຳ​ເຫັນ

0