黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ, ຍີ່ປຸ່ນ ​ແລະ​ ສ.​ເກົາຫຼີຄັ້ງທີ 9 ຮັບຮອງ​ເອົາ​ເອກະສານ​ການ​ຮ່ວມ​ມື​ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ + X

2019-08-21 17:20:09 CRI

ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີຄັ້ງທີ 9 ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ສິງຫາ​ນີ້​ຢູ່​ນະຄອນຫຼວງປັກ​ກິ່ງ ​ໂດຍມີ​ທ່ານ​ຫວາງ​ຢີ້ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເປັນ​ປະທານ ​ແລະ ທ່ານ​ຄວງ​ວາ​ຄາງ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ສ.​ເກົາຫຼີ, ທ່ານ​ທາ​ໂຣະ ​ໂກ​ໂນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ​ເຂົ້າຮ່ວມ.

ທ່ານ​ຫວາງ​ຢີ້ ກ່າວ​ວ່າ: ປີ​ນີ້​ແມ່ນ​ປີ​ຄົບຮອບ 20 ປີ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ. ການ​ຮ່ວມ​ມື​ລະຫວ່າງ​ສາມ​ປະ​ເທດ​ບໍ່​ພຽງ​ແຕ່​ໄດ້​ຊຸກຍູ້​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ​ເທົ່າ​ນັ້ນ ​ແຕ່​ຍັງໄດ້​ປະກອບສ່ວນ​ອັນ​ສຳຄັນ​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ​ອີກ​ດ້ວຍ. ສິ່ງ​ບົ່ງ​ບອກ​ຈາກການ​ຮ່ວມ​ມື​ລະຫວ່າງ​ສາມ​ປະ​ເທດ​ຕະຫຼອດ​ໄລຍະ 20 ປີຜ່ານມາ​ນັ້ນ ຄື: ມີ​ພຽງ​ແຕ່ເສີມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​​ເລື້ອຍໆ ການ​ຮ່ວມ​ມື​ລະຫວ່າງ​ສາມ​ຝ່າຍຈຶ່ງ​ມີ​ການ​ພັດທະນາ​ຂຶ້ນ​ເລື້ອຍໆ​ເຊັ່ນ​ກັນ; ມີ​ພຽງ​ແຕ່ເຊື່ອມ​ໂຍງ​ຜົນ​ປະ​ໂຫຍ​ດລະຫວ່າງ​ສາມ​ຝ່າຍ​ໃຫ້​ເຂົ້າກັນ​ຢ່າງ​ເລິກ​ເຊິ່ງ ຈຶ່ງ​ເຮັດ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ສາມ​ຝ່າຍມີ​ພະລັງ​ຊຸກ​ດັນ​ທີ່ແຂງ​ແຮງ; ມີ​ພຽງ​ແຕ່​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຢ່າງ​ເໝາະ​ສົມ ຈຶ່ງ​ສາມາດ​ຮັບປະກັນສະພາບລວມຂອງການຮ່ວມ​ມື​ລະຫວ່າງ​ສາມ​ຝ່າຍ​ໄດ້. ສະນັ້ນ, ສາມ​ຝ່າຍ​ຄວນ​ພະຍາຍາມ​ຮ່ວມ​ກັນ ​ເພື່ອ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ສາມ​ຝ່າຍ​ໄດ້​ຮັບ​ໝາກຜົນ​ອັນ​ອຸດົມສົມບູນ​ກວ່າ​ເກົ່າ​ໃນ​ໄລຍະ 20 ປີ​ຕໍ່ໜ້າ​ນີ້.

ທ່ານ​ຄວງ​ວາ​ຄາງ ​ແລະ ທ່ານທາ​ໂຕະ ​ໂກ​ໂນ ຕ່າງ​ກໍ​ໄດ້​ຕີ​ລາຄາ​ຢ່າງ​ສູງ​ຕໍ່​ຜົນ​ໄດ້​ຮັບ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີຕະຫຼອດ​ໄລຍະ 20 ປີຜ່ານມາ, ​ໄດ້​ຢືນຢັນ​ຢ່າງ​ເຕັມ​ສ່ວນ​ຕໍ່​ການ​ຮ່ວມ​ມື​ລະຫວ່າງ​ສາມ​ປະ​ເທດທີ່​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຊຸກຍູ້​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ ກໍ​ຄື​ສັນຕິພາບ​ຂອງ​ພາກ​ພື້ນ ທັງ​ເຫັນ​ດີ​​ໃຫ້ສາມ​ປະ​ເທດສືບ​ຕໍ່ຮັກສາ​ສາຍ​ພົວພັນ​ລະຫວ່າງ​ກັນໃຫ້​ດີ, ຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສາມ​ຝ່າຍ, ​ເລັ່ງລັດ​ການ​ເຈລະຈາ RCEP ​ແລະ ການ​ເຈະລຈາ​ເຂດ​ການ​ຄ້າ​ເສລີ​ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ ​ເພື່ອ​ຮ່ວມ​ກັນ​ປົກ​ປ້ອງ​ລັດທິຫຼາຍຝ່າຍ​ແລະ​ການ​ຄ້າ​ເສລີ.

ສາມ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ແຕ່ລະ​ຝ່າຍ​​ໃຫ້​ຄວາມສົນ​ໃຈ​ຮ່ວມ​ກັນ ​ແລະ ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເຕັມ​ສ່ວນກ່ຽວ​ກັບ​ການ​ກະກຽມກອງ​ປະຊຸມ​ຜູ້ນຳ​ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີຄັ້ງທີ 8 ​ທັງ​ໄດ້​ບັນລຸ​ຂໍ້​ຕົກລົ​ງສຳຄັນ​. ນອກ​ນີ້, ກອງ​ປະຊຸມ​ຄັ້ງນີ້​ຍັງ​ໄດ້​ຮັບຮອງ​ເອົາ​ເອກ​ກະສາ​ນ​​ເບື້ອງ​ຕົ້ນວ່າ​ດ້ວຍການ​ຮ່ວມ​ມື​ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ + X ອີກ​ດ້ວຍ.

ຄຳ​ເຫັນ

0