莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫໍ​ສະ​ໝຸດ​ໃນ​ໂຮງ​ຮຽນ​ປະ​ຖົມ​ ອານ ​ອີກວານ​ ຈາ​ກາ​ຕາ​ທີ່ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອາ​ຊຽນ​ຊ່ວຍ​ສ້າງ​ເປີດ​ຮັບ​ໃຊ້​ໃນ​ວັນ​ທີ 20 ສິງ​ຫານີ້

2019-08-21 11:14:07 cri

ຕາມ​ຂ່າວ​ສານ​ຈີນ: ຫໍ​ສະ​ໝຸດ​ຂອງໂຮງ​ຮຽນ​ປະ​ຖົມ ​ອານ​ ອີ​ກວານ ຈາ​ກາ​ຕາ​ທີ່ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອາ​ຊຽນ​ໃຫ້​ການຊ່ວຍ​ເຫຼືອກໍ່​ສ້າງ​​ໄດ້ເປີດ​ບໍ​ລິ​ການ​ແລ້ວໃນ​ວັນ​ທີ 20 ສິງ​ຫານີ້.

ທ່ານ​ນາງ​ຮວງ​ຊີ່ຫຼຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ, ທ່ານ​ນາງ​ດາ​ນີ ຊາ​ໂວ​ໂນ ປະ​ທານ​ສະ​ມາ​ຄົມ​ແມ່​ຍິງ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​​ດັ່ງ​ກ່າວ, ທ່ານ​ນາງຮວງ​ຊີ່ຫຼຽນ​ໄດ້​ໃຫ້​ກຽດຕັດ​ແຖບ​ຜ້າ​ເປີດ​ຫໍ​ສະ​ໝຸດ. ນັກ​ຮຽນ​ແລະ​ຄູ​ອາ​ຈານ​ໃນ​ໂຮງ​ຮຽນ​ປະ​ຖົມ​ດັ່ງ​ກ່າວ​ໄດ້​ສະ​ແດງ​ລາຍ​ການ​ຮ້ອງ​ເພງຈີນ “ເຢ້​ລ້ຽງ​ຕ້າຍ​ປຽວ​ໂວ​ເຕີ​ຊິນ” ດວງ​ຈັນ​ເປັນ​ຕົວ​ແທນ​ຫົວ​ໃຈ​ຂ້ອຍ ​ເຊິ່ງ​ບັນ​ເລງ​ດ້ວຍ​ເຄື່ອງ​ດົນ​ຕີ​ຊົນ​ເຜົ່າ​ພື້ນ​ເມືອງຂອງ​ອິນ​ໂດ​ເນ​ເຊຍ, ​ເພື່ອ​ຊົມ​ເຊີຍ​ພິ​ທີ​ເປີດ​ຫໍ​ສະ​ໝຸດ​ຮັບ​ໃຊ້​ຜູ້​ອ່ານ.

“ໂຮງ​ຮຽນ​ປະ​ຖົມ​ອານ ອີກວານ”ຈາ​ກາ​ຕາ​ແມ່ນ​ຜູ້​ຊົງ​ຄຸນ​ວຸດ​ທິຫຼາຍ​ທ່ານ​ຮ່ວມ​ທຶນ​​ກັນສ້າງ​ຂຶ້ນ​ເພື່ອ​ເດັກ​ນ້ອຍ​ໃນ​ຄອບ​ຄົວ​ທີ່​ມີ​ລາຍ​ໄດ້​ຕ່ຳ​ຂອງ​ທ້ອງ​ຖິ່ນ​ໃນ​ປີ 2011. ຍ້ອນ​ທຶນ​ຮອນບໍ່​ພຽງພໍ, ຈຶ່ງບໍ່​ມີ​ຫໍ​ສະ​ໝຸດ​ທີ່​ສະ​ອາດ​ງາມ​ຕາ​ແລະບໍ່​ມີ​ປື້ມ​ອ່ານ​ພຽງ​ພໍ​ມາ​ໂດຍ​ຕະຫຼອດ.

    ພາຍຫຼັງ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອາ​ຊຽນ​ໄດ້​ຮູ້​ຂ່າວ​ແລ້ວ, ໄດ້​ຕິດ​ຕໍ່​ພົວ​ພັນ​ກັບ​ໂຮງ​ຮຽນ​ໂດຍ​ຜ່ານ​ສະ​ມາ​ຄົມ​ແມ່​ຍິງ​ອາ​ຊຽນ, ແລະ​​ໄດ້ຕົກ​ລົງ​ຮ່ວມ​ມື​ຊ່ວຍ​​ເຫຼືອສ້າງ​ຫໍ​ສະ​ໝຸດ​ໃຫ້​ແກ່​ໂຮງ​ຮຽນ​ແຫ່ງ​ນີ້, ໂດຍ​​ໃຊ້​ເວ​ລາກໍ່ສ້າງ​ເປັນ​ເວ​ລາ 5 ເດືອນ​​ຈຶ່ງ​ສຳ​ເລັດ​ແລະໄດ້​ເປີດ​ຮັບ​ໃຊ້​ນັກ​ຮຽນ​ຢ່າງ​ເປັນ​ທາງ​ການ.

ຄຳ​ເຫັນ

0