李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ຕົກ​ລົງ​ແກ່​ຍາວ​ເວ​ລາ​​ຍົກ​ເວັ້ນ​ຄ່າ​ວີ​ຊາ​ກັບ​ດ່ານໄປ​ຈົນ​ເຖິງ​ທ້າຍ​ເດືອນ​ເມ​ສາ​ປີ​ໜ້າ

2019-08-21 10:17:36 cri

    ວັນ​ທີ 20 ສິງ​ຫານີ້, ລັດ​ຖະ​ບານ​ໄທ​ຕົກ​ລົງ​ວ່າ ຈະ​​ແກ່​ຍາວເວ​ລາການ​ປະ​ຕິ​ບັດ​ມາດ​ຕະ​ການ​ຍົກ​ເວັ້ນ​ຄ່າ​ວີ​ຊ​າ​ກັບ​ດ່ານ​ຕໍ່​ນັກ​ທ່ອງ​ທ່ຽວ​ຂອງ 20 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຊິ່ງ​ລວມ​ທັງ​ຈີນນັ້ນ​ອອກໄປ​ອີກ​ເຄິ່ງ​ປີ ຄື​ຈົນ​ຮອດ​ວັນ​ທີ 30 ເມ​ສາ​ປີ​ໜ້າ.

    ກ່ອນ​ໜ້ານີ້​ບໍ່​ດົນ, ກະ​ຊວງ​ທ່ອງ​ທ່ຽວ​ແລະ​ກິ​ລາ​ໄທ​ສະ​ເໜີ​ໃຫ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ​ຕໍ່​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ອິນ​ເດຍ ເພື່ອ​ຊຸກ​ຍູ້​ຂະ​ແໜງ​ການ​ທ່ອງ​ທ່ຽວ​ແລະ​ກະ​ຕຸ້ນ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ. ກອງ​ປະ​ຊຸມ​ລັດ​ຖະ​ບານ​ໄທ​ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ 20 ສິງ​ຫານີ້ ໄດ້​ປຶກ​ສາ​ຫາ​ລື​ຂໍ້​ສະ​ເໜີ​ດັ່ງ​ກ່າວ​ຢ່າງ​ລະ​ອຽດ, ໃນ​ທີ່​ສຸດ ບໍ່​ໄດ້​ຮັບ​ຮອງ​ຂໍ້​ສະ​ເໜີ​ດັ່ງ​ກ່າວ​ຍ້ອນວ່າ​ໄດ້​ພິ​ຈາ​ລະ​ນາ​ເຖິງ​ຂີດ​ຄວາມ​ສາ​ມາດ​ໃນ​ການ​ຕ້ອນ​ຮັບ​ແລະ​ການ​ຄຸ້ມ​ຄອງ​ຄວາມ​ປອ​ດ​ໄພ​ເປັນ​ຕົ້ນ, ແຕ່​ໄດ້​ຕົກ​ລົງ​ແກ່​ຍາວ​ເວ​ລາ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ຍົກ​ເວັ້ນ​ຄ່າ​ວີ​ຊາ​ກັບ​ດ່ານ​ທີ່​ຈະໝົດ​ກຳ​ນົດໃນ​ທ້າຍ​ເດືອນ​ຕຸ​ລາ​ປີນີ້ນັ້ນອອກ​ໄປ​ຈົນ​ເຖິງ​ທ້າຍ​ເດືອນ​ເມ​ສາ​ປີ​ໜ້າ.

    ຄ່າ​ວີ​ຊາ​ກັບ​ດ່ານ​ຂອງ​ໄທ​ແມ່ນ 2.000 ບາດ​ຕໍ່​ຄົນ. ການ​ທີ່​ແກ່​ຍາວ​ເວ​ລາ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ດັ່ງ​ກ່າວ ຈະກວມ​ເອົາ​ໄລ​ຍະ​ບຸນ​ກຸດ​ຈີນ​ແລະ​ບຸນ​​ສົງ​ການ​ຂອງ​ໄທ​ທີ່​ເປັນ​ບຸນ​ປີ​ໃໝ່​ຕາມ​ປະ​ເພ​ນີ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ສອງ​ປະ​ເທດ.

ຄຳ​ເຫັນ

0