黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມຣິກາ​ກະກຽມ​ທຳລາຍ “ສົນທິສັນຍາວ່າ​ດ້ວຍ​ການ​ທຳລາຍ​ຂີ​ປະ​ນາ​ວຸດ​ໄລຍະ​ໃກ້​ແລະ​ໄລຍະ​ກາງ” ມາ​ແຕ່​ດົນ​ແລ້ວ

2019-08-21 16:07:09 CRI

ທ່ານ​​ເດີ​ມີ​ຕຣີ ​ເປສຄົຟ ຫົວໜ້າ​ຫ້ອງການ​ຖະ​ແຫຼງຂ່າວ​ທຳນຽບປະທານາທິບໍດີຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 20 ສິງຫາ​ນີ້​ວ່າ: ​ເມື່ອ​ບໍ່​ດົນ​ມາ​ນີ້, ອາ​ເມຣິກາ​ໄດ້​ທົດ​ລອງ​ຍິງຂີ​ປະ​ນາ​ວຸດຄຣຸສ​ແຜນ​ທຳ​ມະ​ດາ​ຈາກ​ໜ້າດິນ​ລູກ​ໜຶ່ງ. ການ​ກະທຳດັ່ງກ່າວ​ຂອງ​ອາ​ເມຣິກາ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ອາ​ເມຣິກາ​ໄດ້​ກະກຽມ​ທຳລາຍ “ສົນທິສັນຍາວ່າ​ດ້ວຍ​ການ​ທຳລາຍ​ຂີ​ປະ​ນາ​ວຸດ​ໄລຍະ​ໃກ້​ແລະ​ໄລຍະ​ກາງ” ມາ​ແຕ່​ດົນ​ແລ້ວ ​ເພາະວ່າ, ການ​ກະກຽມ​ເປັນ​ເວລາຫຼາຍອາທິດ​ກໍ​ຄືຫຼາຍ​ເດືອນ​ກໍ​ບໍ່​ສາມາດ​ທຳ​ການ​ທົດ​ລອງຍິງຂີ​ປະ​ນາ​ວຸດ​ແບບ​ນີ້​ໄດ້ ​ເຊິ່ງ​ເປັນ​ການ​ຢັ້ງຢືນ​ອີກ​ຄັ້ງໜຶ່ງ​ວ່າ ​​ການ​ກະທຳ​ແບບ​ນີ້​ຂອງ​ອາ​ເມຣິກາ​​ເປັນ​ການ​ທຳລາຍ​ສົນທິສັນຍາ​ດັ່ງກ່າວ ​ແຕ່​ບໍ່​ແມ່ນຝ່າຍຣັດ​ເຊຍ.

ທ່ານ​ເຊີ​ແກ ລາບຣົຟ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ກໍ​ໄດ້​​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​​ໃນ​ວັນ​ທີ 20 ສິງຫາ​ນີ້​ວ່າ: ການ​ກະທຳ​ດັ່ງກ່າວ​ຂອງ​ອາ​ເມຣິກາ​​ເປັນ​ການ​ກະກຽມ​ມາ​ແຕ່​ດົນ​​ແລ້ວ ​ເຊິ່ງ​ໄດ້​ເລີ່​ມຕົ້ນດຳ​ເນີນການ​ກະກຽມທີ່​ກ່ຽວຂ້ອງ​ມາ​ແຕ່​ດົນ​ແລ້ວ​ກ່ອນ​ທີ່ “ສົນທິສັນຍາວ່າ​ດ້ວຍ​ການ​ທຳລາຍ​ຂີ​ປະ​ນາ​ວຸດ​ໄລຍະ​ໃກ້​ແລະ​ໄລຍະ​ກາງ” ຈະ​ກາຍ​ເປັນ​ໂມຄະໃນ​ວັນ​ທີ 2 ສິງຫາ​ນີ້.

ຄຳ​ເຫັນ

0